ວັນ​ທີ 7 ເມ​ສາ, ວັນ​ທົ່ວ​ປວງ​ຊົນ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ

(VOVWORLD) - ວັນທີ 7 ເມສາ ແມ່ນວັນທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ເນື່ອງໃນໂອກາດນີ້, ພິທີປຸກລະດົມວັນທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈປີ 2024 ໄດ້ດຳເນີນຢູ່ຫຼາຍທ້ອງຖິ່ນ ແລະ ຢູ່ແຕ່ລະສະຖານທີ່ໄດ້ຮັບປະລິມານເລືອດບໍລິຈາກນັບຮ້ອຍຖົງ.
ວັນ​ທີ 7 ເມ​ສາ, ວັນ​ທົ່ວ​ປວງ​ຊົນ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ - ảnh 1(ພາບປະກອບ: TTXVN)

ນັບແຕ່ປີ 2008, ທົ່ວປະເທດໄດ້ຂົນຂວາຍ, ຮັບຈຳນວນເລືອດບໍລິຈາກກວ່າ 16 ລ້ານຖົງ, ໃນນັ້ນ ມີເຖິງ 99% ປະລິມານເລືອດ ແມ່ນມາຈາກຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ໝາກຜົນດັ່ງກ່າວແມ່ນແຫຼ່ງບັນດານໃຈ, ເປັນການລະດົມກໍາລັງໃຈໃຫ້ສັງຄົມເຂົ້າຮ່ວມການບໍລິຈາກເລືອດກູ້ເອົາຊີວິດຄົນອື່ນ ກໍຄືບັນດາການເຄື່ອນໄຫວເພື່ອການກຸສົນອື່ນໆ.

ໃນຂະນະນັ້ນ, ຂະບວນການບໍລິຈາກເລືອດປີ 2024, ຈະໄດ້ເລີ່ມດຳເນີນໃນລະຫວ່າງວັນທີ 1 – 2 ມິຖຸນາ ຢູ່ແຂວງດັກລັກ ແລະ ແກ່ຍາວຮອດວັນທີ 28 ກໍລະກົດ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ