ວັນບຸນ Startup - ປະດິດຄິດສ້າງພັດທະນານະຄອນຫຼວງ

(VOVWORLD) -   ວັນບຸນລວມມີຫຼາຍເຫດການໃຫຍ່ແມ່ນ: ເວທີປາໄສ Startup ນະຄອນຫຼວງ 2018; ງານວາງສະແດງແນະນຳຜະລິດຕະພັນ
ວັນບຸນ Startup - ປະດິດຄິດສ້າງພັດທະນານະຄອນຫຼວງ - ảnh 1 ທ່ານ ຫງວຽນຢ໋ວານຕ໋ວນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ພິທີ

ວັນບຸນ starup ນະຄອນຫຼວງ 2018 ດ້ວຍຫົວຂໍ້ວ່າ “Startup ປະດິດຄິດສ້າງພັດທະນານະຄອນຫຼວງ” ຈັດຕັ້ງໃນຕອນເຊົ້າວັນທີ 6 ພະຈິກ, ຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.

        ວັນບຸນລວມມີຫຼາຍເຫດການໃຫຍ່ແມ່ນ: ເວທີປາໄສ Startup ນະຄອນຫຼວງ 2018; ງານວາງສະແດງແນະນຳຜະລິດຕະພັນ; ກອງປະຊຸມສຳມະນາວິທະຍາສາດກ່ຽວກັບການພັດທະນາພູມປັນຍາ; talkshow ກັບນັກຊ່ຽວຊານ Startup… ກ່າວຄຳເຫັນທີ່ວັນບຸນ, ທ່ານ ຫງວຽນຢ໋ວານຕ໋ວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ:

        “ວັນບຸນ startup ນະຄອນຫຼວງ 2018 ແມ່ນເຫດການສຳຄັນຕໍ່ປະຊາຄົມ starup, ເພື່ອແນໃສ່ຊຸກຍູ້, ລະດົມກຳລັງໃຈນ້ຳໃຈ startup ໃນປະຊາຄົມພົນລະເມືອງ ຫວຽດນາມ ເວົ້າລວມ ແລະ ນະຄອນຫຼວງ ເວົ້າສະເພາະ. ເຫດການນີ້ນັບມື້ນັບມີຄວາມໝາຍເມື່ອໄດ້ຮັບການຈັດຕັ້ງໃນບໍລິເວນມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ - ເຊິ່ງເປັນສູນສຶກສາໃຫຍ່ສຸດໃນທົ່ວປະເທດທີ່ຕິດພັນກັບຂະບວນການໄວໜຸ່ມ startup, startup ປະດິດຄິດສ້າງເພື່ອປະກອບສ່ວນພັດທະນາເສດຖະກິດ ສັງຄົມຂອງນະຄອນຫຼວງ ແລະ ປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ