ວັນບຸນກິລາ ກາຍຍະກຳຂອງນັກສຶກສາ ຫວຽດນາມ ຢູ່ລາຊະອານາຈັກ ອັງກິດ

ວັນບຸນກິລາ ກາຍຍະກຳຂອງນັກສຶກສາ ຫວຽດນາມ ຢູ່ລາຊະອານາຈັກ ອັງກິດ   - ảnh 1
ນັກ​ສຶກ​ສາ ຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ເປັນ​ຈຳ​ນວນຫຼວງຫຼາຍ
ພາບ​ປະ​ກອບ

(vovworld) - ໂດຍ​ສ​ືບ​ຕໍ່​ຜົນ​ງານ​ຂອງ​ຊຸມ​ປີ​ກ່ອນ, ວັນ​ບຸນ​ກິ​ລາ ກາຍ​ຍະ​ກຳ “Sport Day London 2017” ຂອງ​ປະ​ຊາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ອັງ​ກິດ ຖືກ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ດຶງ​ດູດ​ການ​ເຂົ້າ​ຮ່ວມ, ລະ​ດົມ​ກຳລັງ​ໃຈ​ຂອງ​ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຕ່າງໆເປັນ​ຈຳ​ນວນຫຼວງຫຼາຍ. ເຫດ​ການ​ປະ​ຈຳ​ປີນີ້​ໂດຍ​ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Queen Mary (Vietsoc Queen Mary) ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ໃນ​ວັນ​ທີ 4/3.

        ກ່າວ​ຄ​ຳ​ເຫັນ​ທ​ີ່​ວັນ​ບຸນ, ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອາຍ​ແລນ​ເໜືອ ຫງວຽນ​ວັນ​ທາວ ຊີ້​ແຈ້ງວ່າ: Sport Day London 2017 ແມ່ນ​ເຫດ​ການມ​ີ​ຄວາມ​ໝາຍ​ສຳ​ລັບ​ນັກ​ສຶກ​ສາ ຫວຽດ​ນາມຢູ່ ອັງ​ກິດ, ມັນ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ ແລະ ຄຸນ​ນະ​ທາດ​ຂອງ​ລຸ້ນ​ໜຸ່ມ ໃນ​ປະ​ຈຸ​ບັນ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຄື Sport Day London 2017, ປະ​ຊາ​ຄ​ົມ​ນັກ​ສຶ​ກ​ສາ  ຫວຽດ​ນາມ ມີ​ໂອ​ກາດ​ພົບ​ປະ​ແລກ​ປ່ຽນ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ.


ຂ່າວ/ບົດ​ອື່ນ