ວັນ​ບຸນຊຸດ​ເສື້ອ​ຍາວ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2023 ປະ​ກອ​ບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​​ການ​ທ່ອງ​ທ່ຽວນະ​ຄອນຫຼວງ​

(VOVWORLD) - ມາທີ່ວັນບຸນຊຸດເສື້ອຍາວປີນີ້, ຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວ ບໍ່ພຽງແຕ່ມີໂອກາດໄດ້ຮັບຊົມການວາງສະແດງຊຸດເສື້ອຍາວ, ການເດີນຂະບວນຊຸດເສື້ອ ເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວກັບອາກາດຂອງລະດູໃບໄມ້ຫຼົ່ນທີ່ຟົດຟື້ນ
ວັນ​ບຸນຊຸດ​ເສື້ອ​ຍາວ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2023 ປະ​ກອ​ບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​​ການ​ທ່ອງ​ທ່ຽວນະ​ຄອນຫຼວງ​ - ảnh 1ການຖະແຫຼງຂ່າວ ກ່ຽວກັບວັນບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ 2023 (ພາບ: VOV)
 
 

ຕອນບ່າຍວັນທີ 16 ຕຸລາ, ພະແນກການທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບສະຫະພັນແມ່ຍິງ ຮ່າໂນ້ຍ ຈັດການຖະແຫຼງຂ່າວ ກ່ຽວກັບວັນບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ 2023. ວັນບຸນຈະໄດ້ດຳເນີນໃນລະຫວ່າງວັນທີ 27 – 29 ຕຸລາ, ຢູ່ຖະໜົນຍ່າງ ຢູ່ໜອງຮວ່ານກຽມ ແລະ ເຂດໃກ້ຄຽງ.

ປີນີ້, ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກອອກແບບທີ່ມີຊື່ສຽງຫຼາຍທ່ານພ້ອມກັບບັນດາເຄື່ອງໝາຍການຄ້າຊຸດເສື້ອຍາວທີ່ມີຊື່ສຽງ. ມາທີ່ວັນບຸນຊຸດເສື້ອຍາວປີນີ້, ຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວ ບໍ່ພຽງແຕ່ມີໂອກາດໄດ້ຮັບຊົມການວາງສະແດງຊຸດເສື້ອຍາວ, ການເດີນຂະບວນຊຸດເສື້ອ ເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວກັບອາກາດຂອງລະດູໃບໄມ້ຫຼົ່ນທີ່ຟົດຟື້ນ, ເພີດເພີມກັບບັນຍາກາດບັນດາການສະແດງດົນຕີ - ສີລະປະ ທີ່ໄດ້ຮັບການຈັດຂຶ້ນຢ່າງພິຖີພິຖັນ. ທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ:

ເສື້ອຍາວໄດ້ຮັບການຊົມໃຊ້ຢ່າງກວ້າງຂວາງໃນດຳລົງຊີວິດ, ພິເສດແມ່ນສຳລັບການທ່ອງທ່ຽວ. ນັບແຕ່ທາງການບິນ ຈົນຮອດບັນດາຮາກຖານພັກອາໄສ ແລະ ບັນດາສະຖານທີ່ທ່ອງທ່ຽວ ຢູ່ໃສກໍ່ມີຮູບພາບຂອງຊຸດເສື້ອຍາວ. ເພາະສະນັ້ນ, ພວກຂ້າພະເຈົ້າເລືອກເອົາລາຍການສະແດງຊຸດເສື້ອຍາວການທ່ອງທ່ຽວ 2023 ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາຍັງຮ່າໂນ້ຍ ໃນຍາມລະດູໃບໄມ້ຫຼົ່ນ, ລະດູທີ່ສວຍງາມທີ່ສຸດຂອງ ຮ່າໂນ້ຍ. ຜ່ານນັ້ນກໍ່ສູ້ຊົນບັນລຸ ແລະ ລື່ນກາຍຄາດໝາຍເຊິ່ງພະແນກການທ່ອງທ່ຽວຮ່າໂນ້ຍ ວາງອອກໃນປີນີ້ແມ່ນດຶງດູດແຂກທ່ອງທ່ຽວ 23 ລ້ານເທື່ອຄົນ, ໃນນັ້ນ ແຂກພາຍໃນແມ່ນ 19 ລ້ານເທື່ອຄົນ ແລະ ແຂກສາກົນແມ່ນ 4 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ