ວັນ​ບຸນ​ພົ​ບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ ລະຫວ່າງ ຫວຽດ​ນາມ - ລາວ ແລະ ກຳ​ປູ​ເຈຍ

(VOVWORLD) -  ເຂົ້າຮ່ວມວັນບຸນດັ່ງກ່າວມີນັກສຶກສາ 1000 ຄົນ ທີ່ມາຈາກ 5 ມະຫາວິທະຍາໄລຢູ່ ນະຄອນໂຮ່ຈິມິນ, ໃນນັ້ນມີນັກສຶກສາ ລາວ ແລະ ກຳປູເຈຍ ເກືອບ 500 ຄົນ.
ວັນ​ບຸນ​ພົ​ບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ ລະຫວ່າງ ຫວຽດ​ນາມ - ລາວ ແລະ ກຳ​ປູ​ເຈຍ - ảnh 1ນັກສຶກສາລາວ ແລະ ນັກສຶກສາຫວຽດນາມເຂົ້າຮ່ວມພິທີບາສີສູ່ຂວັນ (ພາບ: ຕຽນຟອງ) 

ເນື່ອງໃນໂອກາດ ບຸນປີໃໝ່ ຂອງ ລາວ ແລະ ບຸນ Chol – Chnam –Thmay ຂອງກຳປູເຈຍ, ຕອນເຊົ້າວັນທີ 31 ມີນາ ຢູ່ ມະຫາວິທະຍາໄລ ໂຕນດຶກທັ໊ງ, ຄະນະຊາວໜູ່ມນະຄອນ ໂຮ່ຈິມິນໄດ້ໄຂ ວັນບຸນພົບປະແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ.

        ເຂົ້າຮ່ວມວັນບຸນດັ່ງກ່າວມີນັກສຶກສາ 1000 ຄົນ ທີ່ມາຈາກ 5 ມະຫາວິທະຍາໄລຢູ່ ນະຄອນໂຮ່ຈີມິນ, ໃນນັ້ນມີນັກສຶກສາ ປະເທດ ລາວ ແລະ ກຳປູເຈຍ ເກືອບ 500 ຄົນ. ໃນຂອບເຂດຂອງວັນບຸນມີການເຄື່ອນໄຫວທີ່ຟົດຟື້ນຫຼາຍຢ່າງຄື ລາຍການສະແດງສິລະປະ, ອາຫານການກິນ, ເຕະບານ…ບັນດາການເຄື່ອນໄຫວນີ້ໄດ້ດຳເນີນໄປລະຫວ່າງວັນທີ 31 ມີນາ - 10 ເມສາ. ອ້າຍ ເລຮ່ວາງມີງ, ຫົວໜ້າຄະນະຮັບຜິດບັນຫາການພົວພັນກັບສາກົນຊອບຄະນະຊາວໜູ່ມນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:

        “ບັນດາການເຄື່ອນໄຫວໃນປີນີ້ໄດ້ເປີດກ້ວາງກ່ວາເມື່ອທຽບໃສ່ຊຸມປີກ່ອນ. ໂດຍມີການເຂົ້າຮ່ວມຂອງນັກສຶກສາ ລາວ ແລະ ກຳປູເຈຍ ຫຼາຍກ່ວາເກົ່າ. ສິ່ງໃໝ່ໃນປີນີ້ແມ່ນມີການສະໜັບສະໜູນ ຂອງນັກສຶກສາ 3 ປະເທດ ແລະ ພົບປະແລກປ່ຽນດ້ານວັດທະນາທຳຂອງແຕ່ລະປະເທດ”

ຕອບກັບ

ຂ່າວ/ບົດ​ອື່ນ