ວັນ​ບຸນ​ໄຫວ້​ພະ​ຈັນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສິງ​ກະ​ໂປ

(VOVWORLD) -  ຕອນຄ່ຳວັນທີ 15 ກັນຍາ, ຕາມເວລາທ້ອງຖິ່ນ, ວັນບຸນໄຫວ້ພະຈັນ 2024 ໄດ້ດຳເນີນໃນບໍລິເວນສະຖານທູດຫວຽດນາມ ປະຈຳສິງກະໂປ. 
ວັນ​ບຸນ​ໄຫວ້​ພະ​ຈັນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສິງ​ກະ​ໂປ - ảnh 1ລາຍການສະແດງສິລະປະຢູ່ສະຖານທູດ ຫວຽດນາປະຈຳ ສິງກະໂປ (ພາບ: VOV)

ເຫດການດຶງດູດການເຂົ້າຮ່ວມເປັນຈຳນວນຫຼາຍຂອງຊາວຫວຽດນາມອາໄສຢູ່ ສິງກະໂປ ກໍ່ຄືເພື່ອນມິດສາກົນ. ທ່ານນາງ ຕະຖຸຍລຽນ, ຫົວໜ້າຄະນະຕິດຕໍພົວພັນປະຊາຄົມຊາວຫວຽດນາມ ອາໄສຢູ່ ສິງກະໂປ ໃຫ້ຮູ້ວ່າ ລາຍການວັນບຸນໄຫວ້ພະຈັນປີນີ້ ບໍ່ພຽງແຕ່ນຳໂອກາດຊ່ວຍເຫຼືອລູກຫຼານປະຊາຊົນຊາວຫວຽດນາມ ອາໄສຢູ່ນີ້ ເຂົ້າໃຈແຈ້ງຄວາມໝາຍຂອງວັນບຸນໄຫວ້ພະຈັນຢ່າງເລິກເຊິ່ງ, ແມ່ນມູນເຊື້ອວັດທະນະທຳທີ່ມີມາແຕ່ດົນນານຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ເຮັດໃຫ້ການເຊື່ອມຕໍ່ກັບກົກເຄົ້າເຫງົ້າກໍຂອງຊາດພົ້ນເດັ່ນຂຶ້ນຕື່ມ, ຜ່ານນັ້ນກໍ່ສົ່ງເສີມການຮັກສາພາສາຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ