ວັນ​ສະ​ພາ​ກາ​ແດງ ແລະ ຊິກວົງ​ເດືອນ​ແດງ​ສາ​ກົນ (08/05): “ແຜ່​ກະ​ຈາຍ​ການ​ກະ​ທຳ​ມະ​ນຸດ​ສ​ະ​ທຳ”

(VOVWORLD) -ວັນທີ 08 ພຶດສະພາຂອງທຸກໆປີ ແມ່ນໂອກາດເພື່ອໃຫ້ຜູ້ເຮັດວຽກງານມະນຸດສະທຳໃນໂລກຫວນຄືນມູນເຊື້ອປະຫວັດສາດຍາວນານຂອງຂະບວນການສະພາກາແດງ ແລະ ຊິກວົງເດືອນແດງສາກົນ.
ວັນ​ສະ​ພາ​ກາ​ແດງ ແລະ ຊິກວົງ​ເດືອນ​ແດງ​ສາ​ກົນ (08/05): “ແຜ່​ກະ​ຈາຍ​ການ​ກະ​ທຳ​ມະ​ນຸດ​ສ​ະ​ທຳ” - ảnh 1ສະພາກາແດງນະຄອນ ດ່າໜັງ ຕັດງານໂຮມຊຸມນຸມມິດຕິງ ຕອບສະໜອງວັນທົ່ວປວງຊົນບໍລິຈາກເລືອດ (ພາບ: TTXVN)

        ສະພາກາແດງ ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງສະພາກາແດງ - ຊິກວົງເດືອນແດງສາກົນຢ່າງເປັນທາງການໃນວັນທີ 4 ພະຈິກ 1957. ໃນເກືອບ 76 ປີ ເຄື່ອນໄຫວ ແລະ ເຕີບໃຫຍ່, ສະພາກາແດງ ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີສ່ວນຮ່ວມ ແລະ ຜັນຂະຫຍາຍຢ່າງສຳເລັດຜົນ ຂະບວນການສະພາກາແດງ ແລະ ຊິກວົງເດືອນແດງສາກົນ. ສະມາຄົມໄດ້ສົມທົບກັນຜັນຂະຫຍາຍໂຄງການຕ່າງໆໃນທຸກຂົງເຂດໄດ້ຢ່າງມີປະສິດທິຜົນ.

        ສະພາກາແດງ ຫວຽດນາມ ໄດ້ເລືອກເອົາເດືອນພຶດສະພາຂອງທຸກໆປີເປັນເດືອນມະນຸດສະທຳ, ແມ່ນເດືອນຈຸດສຸມຂົນຂວາຍປະຊາຊົນໃນທົ່ວປະເທດເຂົ້າຮ່ວມການເຄື່ອນໄຫວມະນຸດສະທຳ. ປີ 2022 ແມ່ນປີທີ 5 ຜັນຂະຫຍາຍເດືອນມະນຸດສະທຳ.    

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ