“ວັນອາຊຽນ” ຢູ່ມົດສະກູຂຳ່ນັບຮັບຕ້ອນສະເຫຼີມສະຫຼອງ 47 ປີ ແຫ່ງວັນສ້າງຕັ້ງສະຫະສະມາຄົມ

“ວັນອາຊຽນ” ຢູ່ມົດສະກູຂຳ່ນັບຮັບຕ້ອນສະເຫຼີມສະຫຼອງ 47 ປີ ແຫ່ງວັນສ້າງຕັ້ງສະຫະສະມາຄົມ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ​ວັນ​ບຸນ

(vovworld)​ ​- ​ ຕອນ​ບ່າຍ​ວັນ​ທີ 30/10, ຢູ່​ນະຄອນຫຼວງ​ມົດ​ສະກູ ສະຫະພັນ​ລັດ​ເຊຍ, ​ເອກ​ອັກຄະ​ລັດຖະທູດ 10 ປະ​ເທດ​ສະມາຊິກ​ອາ​ຊຽນປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ສົມທົບ​ກັນຈັດ​ຕັ້ງ “ວັນ​ອາ​ຊຽນ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 47 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ສະມາຄົມ (08/08/1967). ​​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ​ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆຂອງ​ລັດ​ເຊຍ, ​​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ, ບັນດາ​ອົງການ​ສາກົນ​ຢູ່​ສະຫະພັນ​ລັດ​ເຊຍ ​ແລະ ບັນດາ​ພະນັກງານ, ພາລະກອນສະຖານທູດ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນປະຈຳສະຫະພັນ​ລັດ​ເຊຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຫົວ​ເລື່ອງ​ຂອງ “ວັນ​ອາ​ຊຽນ” ປີ​ນີ້​ແມ່ນ “ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນປີ 2015”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ Haini Hashim  ​ເອກ​ອັກຄະ​ລັດຖະທູດ​ບຣູ​ໄນ ປະຈຳ​ສະຫະພັນ​ລັດ​ເຊຍ, ທັງ​ເປັນ​ປະ​ທານ​ຄະນະ​ກຳມະການ​ອາ​ຊຽນ ປະຈຳສະຫະພັນ​ລັດ​ເຊຍ ​ອາຍຸ​ການ 6 ​ເດືອນ, ຢັ້ງຢືນ​ວ່າ: ບົດບາດ​​ໃຫຍ່​ຫຼວງ​ຂອງ​ອາ​ຊຽນ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ພາກ​ພື້ນອາຊີ​​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

        ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ພ້ອມ​ກັນ​ຮັບ​ປະທານ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ 10 ປະ​ເທດ ​ແລະ ຮັບ​ຊົມ​ບັນດາ​ລາຍການ​ຟ້ອນລຳທຳ​ເພງພື້ນ​ເມືອງຂອງ​ບາງ​ປະ​ເທດ​ສະມາຊິກ​ອາ​ຊຽນ, ໂດຍ​ບັນດາ​ພັນ​ລະ​ຍາ, ພະນັກງານ​,ພາລະ​ກອນຂອງ​​ສະຖານທູດບັນດາ​ປະ​ເທດ​ອາ​ຊຽນສະ​ແດງ.


ຂ່າວ/ບົດ​ອື່ນ