ວັນ​ແມ່​ຍິງ​ສາ​ກົນ 8/3: ນັກ​ເຕະ​ຍິງ ຮ່​ວຽນ​ຍື ຕາງ​ໜ້າ​ຫວຽດ​ນາມ ແບ່ງ​ປັນ​ກັບ UNESCO

(VOVWORLD) - ຕາມຕົວເລກໂດຍ UNESCO ປະກາດ ມີຜູ້ຍິງ ແລະ ເດັກຍິງ 16,6 ລ້ານຄົນ ເຂົ້າຮ່ວມກິລາ ບານເຕະ ມີການຈັດຕັ້ງ ໃນປີ 2023, ເພີ່ມຂຶ້ນ 24% ເມື່ອທຽບໃສ່ກັບປີ 2019.
ວັນ​ແມ່​ຍິງ​ສາ​ກົນ 8/3: ນັກ​ເຕະ​ຍິງ ຮ່​ວຽນ​ຍື ຕາງ​ໜ້າ​ຫວຽດ​ນາມ ແບ່ງ​ປັນ​ກັບ UNESCO  - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານທັ້ງ ແລະ ນັກເຕະຍິງ ຮ່ວຽນຍື
(ພາບ: TTXVN)

ວັນທີ 8 ມີນາ, ເນື່ອງໃນໂອກາດວັນແມ່ຍິງສາກົນ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຈັດຕັ້ງການໂອ້ລົມສົນທະນາ “ນັກເຕະບານເພດຍິງ ຍິງເຂົ້າປະຕູ” ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ເພື່ອແນໃສ່ປຶກສາຫາລື ບັນດາສິ່ງທ້າທາຍ ທົ່ວໂລກ ແລະ ວິທີການສຳພັດການປ່ຽນແປງໃໝ່ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ພາຍໃນ ແລະ ຜ່ານກິລາບານເຕະ. ນັກເຕະຍິງ ຮ່ວຽນຍື ຕ້າງໜ້າໃຫ້ແກ່ ຫວຽດນາມ ແປ່ງປັນທີ່ການໂອ້ລົມສົນທະນາ. ຕາມຕົວເລກໂດຍ UNESCO ປະກາດ ມີຜູ້ຍິງ ແລະ ເດັກຍິງ 16,6 ລ້ານຄົນ ເຂົ້າຮ່ວມກິລາ ບານເຕະ ມີການຈັດຕັ້ງ ໃນປີ 2023, ເພີ່ມຂຶ້ນ 24% ເມື່ອທຽບໃສ່ກັບປີ 2019. ຍອດຈຳນວນສະໂມສອນ ເຕະບານເພດຍິງ ບັນລຸກ່ວາ 55.000 ແຫ່ງ, ສ່ວນຫຼາຍ (59%) ແມ່ນ ຢູ່ເອີລົບ. ແຕ່ວ່າອັດຕາສ່ວນຜູ້ຍິງແມ່ນ ກຳມະການ ແລະ ຄູ່ຝືກ ຍັງຢູ່ໃນລະດັບຕ່ຳ (ຄູຝືກພຽງແຕ່ 5% ແລະ ກຳມະການແມ່ນ 9%. ໂດຍຕາງໜ້າ ຫວຽດນາມ, ນັກເຕະ ຮ່ວຽນຍື ແບ່ງປັນວ່າ:

ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຢາກເວົ້າເຖິງບັນດາຄວາມຫຍຸ້ງຍາກ ເຊິ່ງບານເຕະຍິງໄດ້ປະສົບ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ບານເຕະຍິງຈະໄດ້ປັບປຸງ ຢ່າງສົມບູນກ່ວາ ແລະ ພິເສດແມ່ນ ບານເຕະຍິງ ຫວຽດນາມ ຈະນັບມື້ນັບພັດທະນາ, ຊີວິດການເປັນຢູ່ຂອງນັກເຕະຍິງ ຈະດີກ່ວາ ແລະ ບານເຕະຍິງ ຫວຽດນາມ ຈະສືບຕໍ່ບືນຕົວຂຶ້ນອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ