ວິ​ສາ​ຫະ​ກິດ ສ.ເກົາຫຼີ​ເຊ​ື​່ອ​ມ​ໂຍງ, ຊຸກ​ຍູ້​ການລົງ​ທຶນ​​ຢູ່ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ ກັບບັນດາວິສາຫະກິດ ສ.ເກົາຫຼີເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການລົງທຶນ, ດຳເນີນທຸລະກິດ
ວິ​ສາ​ຫະ​ກິດ ສ.ເກົາຫຼີ​ເຊ​ື​່ອ​ມ​ໂຍງ, ຊຸກ​ຍູ້​ການລົງ​ທຶນ​​ຢູ່ຫວຽດ​ນາມ - ảnh 1ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມກ່າວຄຳເຫັນທີ່ ການໂອ້ລົມສົນທະນາ (ພາບ: TTXVN)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ຍ້ອນໂລກລະບາດໂຄວິດ - 19 ການເດີນທາງໄປມາ, ການເຂົ້າເມືອງ ມີຄວາມຫຍຸ້ງຍາກທີ່ສຸດ, ແຕ່ສອງປະເທດຍັງປະສົບຜົນສຳເລັດໃນການນຳນັກຊ່ຽວຊານສ.ເກົາຫຼີ ກ່ວາ 10.000 ຄົນ ມາຮັບໃຊ້ບັນດາໂຄງການລົງທຶນຈາກຕ່າງປະເທດ ຢູ່ ຫວຽດນາມ. ນີ້ແມ່ນແຫຼ່ງຊັບພະຍາກອນມະນຸດມທີ່ຮັບປະກັນໃຫ້ແກ່ການເຄື່ອນໄຫວເປັນປົກກປະຕິຂອງບັນດາໂຮງງານ, ວິສາຫະກິດ FDI ສ.ເກົາຫຼີ ຢູ່ ຫວຽດນາມ.

        ແບ່ງປັນທີ່ການໂອ້ລົມສົນທະນາ, ທ່ານ Park Noh Won ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສ.ເກົາຫຼີປະຈຳ ຫວຽດນາມ ໃຫ້ຮູ້ວ່າ ພື້ນຖານເສດຖະກິດ ຫວຽດນາມ ມີລະດັບເປີດກ້ວາງຫຼາຍ, ການພັດທະນາມີສະຖຽນລະພາບ, ເຂົ້າຮ່ວມຫຼາຍສັນຍາການເສລີ FTA… ນີ້ແມ່ນເງື່ອນໄຂທີ່ດີເພື່ອໃຫ້ບັນດາວິສາຫະກິດ ສ.ເກົາຫຼີມີຄວາມອຸ່ນອຽນໃຈເມື່ອມາລົງທຶນ ແລະ ດຳເນີນທຸລະກິດ ຢູ່ ຫວຽດນາມ. ໃນສະພາບການໂລກລະບາດໂຄວິດ - 19 ພວມຜັນແປຢ່າງສັບສົນ, ມີຜົນສະທ້ອນຈາກລະບົບສະໜອງທົ່ວໂລກ, ວິສາຫະກິດສອງຝ່າຍຄວນເຊື່ອມຕໍ່, ແລກປ່ຽນເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ລົງທຶນໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ