ວິສາຫະກິດຫວຽດນາມມຸ່ງໄປເຖິງຕະຫຼາດພາກເໜືອລາວ

ວິສາຫະກິດຫວຽດນາມມຸ່ງໄປເຖິງຕະຫຼາດພາກເໜືອລາວ - ảnh 1
ທ່ານ ເຈີ່ນວັນຕ໋ວນ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ກ່າວຄຳເຫັນທີ່ກອງປະຊຸມ

(vovworld) – ວັນ​ທີ 8/7, ສະຖານກົງສູນ​ໃຫຍ່ ຫວຽດນາ​ມ ປະຈຳບັນດາ​ແຂວງ​ພາກ​ເໜືອ​ລາວ ຢູ່​ຫຼວງ​ພະ​ບາງ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນລະຫວ່າງ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ ຫວຽດນາມ - ລາວ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີວິ​ສາ​ຫະກິດ 2 ປະ​ເທດ 80 ​ແຫ່ງ, ​ໃນ​ນັ້ນ​ມີ 50 ວິ​ສາ​ຫະກິດ​ລາວ ​ແລະ ບັນດາ​ສະມາຊິກ​ຂອງ​ສະມາຄົມ​ນັກທຸ​ລະ​ກິດ​ຍິງ​ຂະ​ໜາດ​ກາງ ​ແລະ ນ້​ອຍຂອງ​ນະຄອນ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ ຫວຽດນາມ ​ແລະ ລາວ ຕີ​ລາຄາ​ສູງ​ຄວາ​ມໝາ​ຍ ​ແລະ ຄວາມ​ສຳຄັນ​ຂອງ​ເລື່ອງ​ຊຸກຍູ້​ການ​ຄ້າ, ການ​ລົງທຶນ​ໃນ​ທຸກ​ດ້ານ, ພິ​ເສດ​ແມ່ນ​ຂົງ​ເຂດ​ຜະລິດ​ສິນຄ້າ, ການທ່ອງທ່ຽວ ​ແລະ ການ​ບໍລິການ​ຢູ່ບັນດາ​ແຂວງ​ພາກ​ເໜືອຂອງ​ລາວ. ນີ້​ແມ່ນ​ກາລະ​ໂອກາດ​ເພື່​ອ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ແລກ​ປ່ຽນ​, ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ຊອກ​ຫາ​ມາດ​ຕະການ​ພົວພັນດ້ານ​ການ​ຄ້າ, ການ​ລົງທຶນ, ໜູນ​ຊ່ວຍ​ເພື່ອ​ພ້ອມ​ກັນ​ພັດທະນາ. ທ່ານ​ນາງ ມາຍ​ທິຖູ໋ຍ, ປະທານ​ສະມາຄົມ​ນັກທຸລະກິດ​ຍິງ​ຂະໜາດ​ກາງ ​ແລະ ນ້ອຍ​ນະຄອນ ຮ່າ​ໂນ້ຍ, ​ໃຫ້ຮູ້​ວ່າ: ບັນດາ​ວິ​ສາ​ຫະກິດ ຮ່າ​ໂນ້ຍ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ​ລາວ ​ເວົ້າ​ລວມ ​ແລະ ​ແຂວງ​ຫຼວງ​ພະ​ບາງ ​ເວົ້າ​ສະ​ເພາະ.

    ປະຈຸ​ບັນ, ມີ​ປະມານ 127 ​ໂຄງການ​ລົງທຶນ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ຢູ່​ລາວດ້ວຍ​ທຶນ​ຈົດ​ທະບຽບປະມານ 302 ລ້ານ USD.

ຂ່າວ/ບົດ​ອື່ນ