ວາລະປະຊຸມຄົບຄະນະກຳມາທິການກົດໝາຍຂອງສະພາແຫ່ງຊາດ

ວາລະປະຊຸມຄົບຄະນະກຳມາທິການກົດໝາຍຂອງສະພາແຫ່ງຊາດ - ảnh 1
ວາລະປະຊຸມຄົບຄະນະກຳມາທິການກົດໝາຍຂອງສະພາແຫ່ງຊາດ
(ພາບ: xaluan.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/5, ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6 ປຶກສາ​ຫາລື​​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ກ່ອນ​ທີ່​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ສະ​ໄໝ​ປະຊຸມ​ຈະ​ມາ​ເຖິງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ເປັນ​ປະທານ​ວາລະ​ປະຊຸມ. ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ພິ​ເສດ​ແມ່ນ​ການປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ບາງ​ຕຳ​​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລື​ອກຕັ້ງ ຫຼື ​ໃຫ້​ສັດຕະຍາບັນ​ໄດ້​ຮັບ​ການ​ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ຫຼາຍ​ທີ່​ສຸດ.

ກ່ຽວ​ກັບ​ການ​ເຄຶ່ອນ​ໄຫ​ວພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມ ກັບການຈັດ​ຕັ້ງ​ຫຼາຍ​ຮູບ​ແບບ​ພົບ​ປະ, ປະກາດ​ເນື້ອ​ໃນ, ລາຍການ, ​ເວລາ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢ່າງ​​ເປີດ​ເຜິີຍ, ກໍ​ຄື​ເພີ່ມ​ທະວີ​ການ​ພົບ​ປະ​ໂດ​ຍກົງ. ທ່ານ Dinh Xuan Thao, ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ດ້ານ​ນິຕິ​ບັນ​ຍັດ, ສະມາຊິກ​ກຳມາ​ທິການ​ກົດໝາຍ ຖື​ວ່າ:

“​ເຖິງ​ວ່າ​ສະພາ​ແຫ່ງ​ຊາດ​ຍັງ​ບໍ່​ທັນ​ຮັບຮອງ​ເອົາ, ​ແຕ່​ຂ້າພະ​ເຈົ້າ​​​ເຫັນ​ວ່າໄດ້​ເສີມ​ຂະຫຍາຍ​ໃນ​ການ​ດຳລົງ​ຊີວິດແລ້ວ. ຄື​ບັນຫາ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ຢູ່​ຮ່າ​ໂນ້ຍ ​ໄດ້​​ເປີດ​ເພີຍ​ທຸກ​ໆ​ສະຖານ​ທີ່ ​ແລະ ທຸກໆພາກສ່ວນ​ໄດ້​ພົບ​ປະ, ສຳລັບຜູ້​ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ນັກ​ປັນຍາ​ຊົນ, ນັກ​ວິ​ທະຍາ​ສາດ ​ເຂົາ​ເຈົ້າ​ໄດ້​ປະກອບ​ຄຳ​ເຫັນ​ດີ​ຫຼາຍ, ມີລະ​ດັບ​ສູງ, ມະຫາ​ພາກ​ໃນ​ການ​ສ້າງ, ປະກອບ​ຄຳ​ເຫັນ​ໃຫ້​ແກ່​ລັດຖະບານ​ກ່ຽວ​ກັບ​ການ​ວາງ​ນະ​ໂຍບາຍ​ໃນ​ປະຈຸ​ບັນ.”

ຂ່າວ/ບົດ​ອື່ນ