ວຽກງານສ້າງລະບອບໃນວາລະປະຊຸມລັດຖະບານປະຈຳເດືອນ9

ວຽກງານສ້າງລະບອບໃນວາລະປະຊຸມລັດຖະບານປະຈຳເດືອນ9 - ảnh 1
ວາລະ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ 9

(vovworld) - ​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ລະບອບ​ໃນ​ວາລະ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ 9, ຕອນ​ເຊົ້າ​ວັນ​ທີ 04/10, ບັນດາ​ສະມາຊິກລັດຖະບານ ​ໄດ້​ຮັບ​ຟັງໜ່ວຍ​ປະຕິບັດ​ງານ​ຂອງ​ທ່ານນາຍົກລັດຖະມົນຕີລາຍ​ງານກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່, ສະຫຼຸບ, ຊີ້​ນຳ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ, ທ່ານ​ນາຍົກລັດຖະມົນຕີຖືວ່າ: ຈາກ​ປະສິດທິ​ຜົນ​ຂອງ​ໜ່ວຍ​ປະຕິບັດ​ງານ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແລະ ລັດຖະມົນຕີ​ກໍ່​ມີ​ສິດ​ສ້າງ​ຕັ້ງໜ່ວຍ​ປະຕິບັດ​ງານ ​ເພື່ອ​ກວດກາ​ບັນດາ​ວຽກ​ງານ ​ເຊິ່ງລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ໄດ້​ສະຫລຸບ. ທ່ານ​ນາຍົກລັດຖະມົນຕີ ກໍ່​ຮຽກ​ຮ້ອງບັນດາ​ການ​ນຳ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຖ້າ​ຫາກ​ຍ້ອນ​ສາຍເຫດພາວະ​ວິ​ໄສ ຍັງບໍ່​ທັນ​ປະຕິບັດ​ໜ້າ​ທີ່​ໄດ້ ຕ້ອງ​ລາຍການ​ຕໍ່​ນາຍົກລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີ​​ໃນທັນທີ. ກ່ຽວ​ກັບ​ສະພາບ​ການ​ປະກາດ​ໃຊ້​ເອກະສານ​ຂໍ້​ກຳນົດ​ລະອຽດ​ບັນດາ​ກົດໝາຍ, ລັດຖະບັນ​ຍັດ, ທ່ານນາຍົກລັດຖະມົນຕີ ຕີ​ລາຄາ​ດ້ວຍ​ການ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ຂອງ​ລັດຖະບານ ​ແລ​ະ ນາຍົກລັດຖະມົນຕີ, ສະພາບເອກະສານຄ້າງ​ໄວ້ ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນ​ຖານ. ມາ​ຮອດ​ປະຈຸ​ບັນ​ໄດ້ປະກາດ​ໃຊ້​​ເອກະສານ 50/57 ສະບັບ, ກວມ 67% ຈຳນວນ​ເອກະສານ​ຕ້ອງ​ປະກາດ​ໃຊ້​ໃນ​ປີ 2016. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “​ເປັນ​ຄັ້ງ​ທຳ​ອິດ ທີ່ລັດຖະບານ​ບໍ່​ມີ.​ເອກະສານ​ກຳນົດ​ລະອຽດ​ການ​ປະຕິບັດ​ກົດໝາຍ, ລັດຖະບັນຍັດຄ້າງ​ໄວ້. ນີ້​ແມ່ນ​ຄວາມ​​ພະຍາຍາມ​ອັນ​ໃຫຍ່​ຫລວງ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ, ຂອງ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ຂອງ​ກະຊວງຍຸຕິ​ທຳ, ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ສິ່ງ​ດັ່ງກ່າວ, ບັນດາ​ທ້ອງ​ຖິ່ນ, ບັນດາ​ລັດຖະມົນຕີ​ສືບ​ຕໍ່​ຖື​ ​ເລື່ອງ​ສ້າງ​ລະບອບ​ ແມ່ນ​ໜ້າ​ທີ່​ສຳຄັນ. ບັນດາ​ຮອງ​ນາຍົກລັດຖະມົນຕີ, ບັນດາ​ກະຊວງ​ໄດ້​ສຸມ​ໃສ່ຫລາຍ ​ເຂົ້າ​​ວຽກງານນີ້.

 

ຂ່າວ/ບົດ​ອື່ນ