ສ ເກົາຫຼີ ຊຸກຍູ້ ສປປ ເກົາຫຼີ ຍົກອອກການເລືອກເຟັ້ນຢ່າງຖືກຕ້ອງ ແລະ ເໝາະສົມ

ສ ເກົາຫຼີ ຊຸກຍູ້ ສປປ ເກົາຫຼີ ຍົກອອກການເລືອກເຟັ້ນຢ່າງຖືກຕ້ອງ ແລະ ເໝາະສົມ - ảnh 1
ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ສ ​ເກົາຫຼີ​ Cho Tai – young
(ພາບ: Kyodo/TTXVN)

 (vovworld) - ວັນ​ທີ 16/4, ​ທ່າ​ນ Cho Tai – young, ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ສ ​ເກົາຫຼີ​ ​ໄດ້​ຊຸກຍູ້ ສປປ ​ເກົາຫຼີ ປ່ຽນ​ໃໝ່ ​ແລະ ມີ​ການ​ເລືອກ​ເຟັ້ນຢ່າງຖືກຕ້ອງ ​ແລະ ​ເໝາະ​ສົມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ ​ເຊີ​ອູ​ນ, ທ່ານ Cho Tai – young ຢືນຢັນ​ວ່າ: “ທຸກໆ​ປະ​ເທດ​ໃນ​ໂລກ, ​​ໃນ​ນັ້ນ​ມີ ສ ​ເກົາຫຼີ ລ້ວນ​ແຕ່ ຫວັງ​ວ່າ ສປປ ​ເກົາຫຼີ ມີ​ການ​ເລືອກ​ເຟັ້ນທີ່​ເໝາະ​ສົມ”. ກ່ອນ​ໜ້າ​ນັ້ນ, ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຂ່າວ​ໂລກ ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ​ເຊີ​ອູ​ນ ​ເມື່ອ​ວັນ​ທີ 15/4, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ ​ເກົາຫຼີ Yun Byung – se ກໍ່​ຖື​ວ່າ: “ຄວນ​ກໍ່​ຄວາມ​ດັ່ນຕໍ່ ສປປ ​ເກົາຫຼີ ​ເພື່ອ​ໃຫ້​ປະ​ເທດ​ນີ້​ເຫັນ​ວ່າ: ບໍ່​​ພັດທະນາ​ເສດຖະກິດ​​ໄດ້ຖ້າ​ຫາກ​ບໍ່​ມີ​ການ​ປ່ຽນ​ແປງ”. ທ່ານ Yun Byung – se  ຖື​ວ່າ:  ສປປ ​ເກົາຫຼີ ຄວນ​ມີ​ການ​ເລືອກ​ເຟັ້ນທີ່​ຖືກ​ຕ້ອງ, ພ້ອມ​ທັງ​ຊຸກຍູ້ ພຽງ​ຢາງ ມີ​ຄຳຕອບ​ຕໍ່​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຂອງ​ລັດຖະບານ ສ ​ເກົາຫຼີ.

ຂ່າວ/ບົດ​ອື່ນ