ສັກວັກຊິນກັນໂຄວິດ-19 ເຂັມທີ 2 ໃຫ້ນັກຮຽນໃນເກນອາຍຸແຕ່ 12 – 17 ປີໃຫ້ໄດ້ 95% ໃນໄຕມາດທີ 4

(VOVWORLD) -ທາງກະຊວງໄດ້ກະກຽມແຫຼ່ງວັກຊິນຢ່າງພຽງພໍ ແລະ ເລືອກເອົາວັກຊິນທີ່ເໝາະສົມເພື່ອກຽມພ້ອມສັກໃຫ້ເດັກໃນເກນອາຍຸແຕ່ 12 – 17 ປີ.
ສັກວັກຊິນກັນໂຄວິດ-19 ເຂັມທີ 2 ໃຫ້ນັກຮຽນໃນເກນອາຍຸແຕ່ 12 – 17 ປີໃຫ້ໄດ້ 95% ໃນໄຕມາດທີ 4 - ảnh 1(ພາບປະກອບ: TTXVN)

ຕອນບ່າຍວັນທີ 12 ຕຸລາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເປັນປະທານການເຮັດວຽກກັບບາງກະຊວງ, ຂະແໜງການກ່ຽວກັບສະພາບການປະຕິບັດແຜນການສົກຮຽນ 2021 – 2022.

        ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວັນຕວຽນ ໃຫ້ຮູ້ວ່າ, ທາງກະຊວງໄດ້ກະກຽມແຫຼ່ງວັກຊິນຢ່າງພຽງພໍ ແລະ ເລືອກເອົາວັກຊິນທີ່ເໝາະສົມເພື່ອກຽມພ້ອມສັກໃຫ້ເດັກໃນເກນອາຍຸແຕ່ 12 – 17 ປີ. ທົ່ວປະເທດມີນັກຮຽນໃນເກນອາຍຸແຕ່ 12 – 17 ປີແມ່ນກວ່າ 8 ລ້ານຄົນ, ດ້ວຍຈຳນວນວັກຊິນທີ່ຕ້ອງການສັກເຂັມທີ 2 ແມ່ນປະມານ 16 ລ້ານໂດສ.

        ກ່າວຄຳເຫັນຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ຂະແໜງສຶກສາທຸກຂັ້ນມີແຜນການ, ມາດຕະການທີ່ເປັນເຈົ້າການເພື່ອປະຕິບັດໃຫ້ສຳເລັດແຜນການຂອງສົກຮຽນ; ຮຽກຮ້ອງໃຫ້ຈັດຕັ້ງການສັກວັກຊິນໂດຍໄວ ແລະ ປອດໄພໃຫ້ແກ່ນັກຮຽນໃນເກນອາຍຸທີ່ກະຊວງສາທາລະນະສຸກໄດ້ກຳນົດໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ