ສຸຂະພາບຂອງ 9 ຄົນຕິດໂລກພະຍາດ Covid-19 ຢູ່ແຂວງ ບີ່ງທ້ວນ ເປັນປົກກະຕິ

(VOVWORLD) - ຕາມການລາຍງານຂອງໂຮງໝໍທົ່ວໄປແຂວງ ບີ່ງທ້ວນ ໃຫ້ຮູ້ວ່າ ປັດຈຸບັນອາການສຸຂະພາບຂອງ 9 ຄົນທີ່ຕິດໂລກພະຍາດ Covid-19 ໃນບໍລິເວນແຂວງລ້ວນແຕ່ເປັນປົກກະຕິ, ມີພຽງແຕ່ 1 ຄົນຍັງມີອາການໄອຫລາຍ.

   ວຽກງານປິ່ນປົວພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ດ້ວຍການໜູນຊ່ວຍຂອງບັນດາແພດໝໍຂອງໂຮງໝໍ ເຈິໄຣ໊ ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນວັນແທ່ງ, ຫົວໜ້າໂຮງໝໍທົ່ວໄປແຂວງ ບີ່ງທ້ວນ ໃຫ້ຮູ້ວ່າ:

        “ປັດຈຸບັນ, ພວກຂ້າພະເຈົ້າພວມປິ່ນປົວຕາມການແນະນຳຂອງກະຊວງສາທາລະນະສຸກ ແລະ ພາຍໃຕ້ການແນະນຳໂດຍກົງຂອງໂຮງໝໍ ເຈິ້ໄຣ໊. ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍນັບທັງບຸກຄະລາກອນ ກໍ່ຄືພາຫະນະອຸປະກອນການແພດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ