ສົ່ງເສີມວິສາຫະກິດຫວຽດນາມລົງທຶນພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຢູ່ລາວ

(VOVWORLD) -ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ ທັນສະໄຫມ ກົມມະສິດ, ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ສື່ສານລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ສົ່ງເສີມວິສາຫະກິດຫວຽດນາມລົງທຶນພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຢູ່ລາວ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ

ຕ້ອນຮັບລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ສື່ສານ

(ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຖືວ່າ, ການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ສື່ສານລາວ  ແມ່ນມີຄວາມໝາຍສຳຄັນເພື່ອແນໃສ່ປັບປຸງ ແລະ ເປີດກວ້າງການຮ່ວມມືໃນຂົງເຂດໄປສະນີ, ໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານລະຫວ່າງ ຫວຽດນາມ - ລາວ, ພິເສດແມ່ນໃນປີ 2017, 2 ປະເທດພວມມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຫວຽດນາມ - ລາວ.

        ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ, ໃນໄລຍະຈະມາເຖິງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ສື່ສານລາວ ແລະ ກະຊວງຖະແຫຼງຂ່າວ - ສື່ສານ ຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເນື້ອໃນເຊິ່ງໄດ້ຕົກລົງກັນຢ່າງມີປະສິດທິຜົນ. ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພືຶ່ອສົ່ງເສີມບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ໃນຂົງເຂດໄປສະນີ, ໂທລະຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຜ່ານນັ້ນທັງໜູນຊ່ວຍລາວ ຍົກລະດັບ, ພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ, ທັງຕອບສະໜອງຄວາມຕ້ອງການແລກປ່ຽນຂໍ້ມູນທີ່ນັບມື້ນັບເພີ່ມຂຶ້ນລະຫວ່າງ 2 ປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ