ສູ້​ຊົນ​ໃນ​ປີ 2021 ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຢ່າງ​ໜ້ອຍ​ສຸດ 1 ຊະ​ນິດ​ໄດ້​ຮັບ​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ

(VOVWORLD) -ທ່ານກໍ່ສະເໜີໃຫ້ບັນດາສະມາຊິກຂອງກຸ່ມປະຕິບັດງານພິເສດ ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມຮັບຜິດຊອດໃນວຽກງານນີ້ຢູ່ລະດັບສູງທີ່ສຸດ.
ສູ້​ຊົນ​ໃນ​ປີ 2021 ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຢ່າງ​ໜ້ອຍ​ສຸດ 1 ຊະ​ນິດ​ໄດ້​ຮັບ​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ - ảnh 1ວັກຊິນ Covivac ໂດຍ ຫວຽດນາມ ຄົ້ນຄ້ວາ ແລະ ຜະລິດ (ພາບ: TTXVN)

ທີ່ກອງປະຊຸມທາງອອນລາຍຂອງກຸ່ມປະຕິບັດງານພິເສດກ່ຽວກັບການຄົ້ນຄວ້າທົດລອງສັກວັກຊິນຕໍ່ຄົນ, ພັດທະນາວັກຊິນກັນໂຄວິດ - 19 ທີ່ໄດ້ຮັບການຈັດຕັ້ງໃນວັນທີ 17 ກໍລະກົດ, ທ່ານສາດສະດາຈານ, ປ.ອ ເຈິ່ນວັນທວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເນັ້ນໜັກວ່າ: ສູ້ຊົນໃນປີ 2021 ມີວັກຊິນກັນໂຄວິດ - 19 ຢ່າງໜ້ອຍສຸດ 1 ຊະນິດ ທີ່ໄດ້ຜະລິດພາຍໃນປະເທດປະສົບຜົນສຳເລັດ.

ຕາມທ່ານ ເຈິ່ນວັນທວນ ແລ້ວ, ນາຍົກລັດຖະມົນຕີ ໄດ້ເຊີນນັກຊ່ຽວຊານ WHO ມາໜູນຊ່ວຍຫວຽດນາມ ກ່ຽວກັບການຄົ້ນຄ້ວາ, ຜະລິດວັກຊິນ ເພື່ອເຮັດແນວໃດ ຫວຽດນາມ ຈະຜະລິດໄດ້ວັກຊິນພາຍໃນປະເທດ ໂດຍໄວ ເພື່ອແນໃສ່ ຮັບປະກັນຄວາມເປັນເຈົ້າການກ່ຽວກັບວັກຊິນ ໃຫ້ແກ່ຄວາມຕ້ອງການຂອງປະຊາຊົນ.

ທ່ານກໍ່ສະເໜີໃຫ້ບັນດາສະມາຊິກຂອງກຸ່ມປະຕິບັດງານພິເສດ ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມຮັບຜິດຊອດໃນວຽກງານນີ້ຢູ່ລະດັບສູງທີ່ສຸດ. ກຸ່ມປະຕິບັດງານພິເສດດ້ວຍເປົ້າໝາຍໜູນຊ່ວຍດີທີ່ສຸດໃຫ້ແກ່ບັນດານັກຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19 ພາຍໃນປະເທດດ້ວຍທິດນຳທີ່ວ່າເປັນເຈົ້າການທີ່ສຸດ, ຂະຫຍັນຂັນເຄື່ອນ, ບັນດາໜ່ວຍງານຕ້ອງການຫຍັງ, ນັກຊ່ຽວຊານຂອງອົງການປະຕິບັດງານພິເສດຈະໜູນຊ່ວຍວຽກງານນັ້ນ.

ແລະກໍ່ຕາມຂໍ້ມູນຈາກກະຊວງສາທາລະນະສຸກແລ້ວ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ແຈກຢາຍວັກຊິນກັນໂຄວິດ - 19 ກ່ວາ 8 ລ້ານ 800 ພັນໂດສ ແລະ ໄລ່ຮອດວັນທີ 16 ກໍລະກົດ ໄດ້ສັກວັກຊິນໃຫ້ແກ່ ປະຊາຊົນເກືອບ 4 ລ້ານ 3 ແສນໂດສ. ຕາມແຜນການແລ້ວ, ໃນເດືອນກໍລະກົດນີ້ ຈະມີວັກຊິນປະມານ 9 ລ້ານໂດສ ມາຫວຽດນາມ ແລະ ທ້າຍໄຕມາດທີ 3 ປີນີ້ຈະມີ ວັກຊິນປະມານ 30 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ