ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ນຳມາເຊິ່ງຜົນປະໂຫຍດໃຫ້ 2 ຝ່າຍ

(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 27 ກໍລະກົດ, ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານສະມາຊິກລັດຖະສະພາ Bernd Lange ປະທານຄະນະກຳມະການການຄ້າສາກົນ ສັງກັດລັດຖະສະພາ ເອີຣົບ ໃຫ້ຮູ້ວ່າ:

ເອກະສານຂອງ EVFTA ໄດ້ສຳເລັດແລ້ວ ພາຍຫລັງຄວາມມານະພະຍາຍາມແກ້ໄຂບັນດາບັນຫາກ່ຽວກັບດ້ານເຕັກນິກ.

        ຕີລາຄາກ່ຽວກັບຄວາມອາດສາມາດໃຫ້ສັດຕະຍາບັນ EVFTA ສຳລັບລັດຖະສະພາ ເອີຣົບ, ທ່ານ Bernd Lange ໃຫ້ຮູ້ວ່າ: ນີ້ແມ່ນຄວາມຮັບຜິດຊອບຂອງທັງ 2 ຝ່າຍໃນວິວັດການພິຈາລະນາໃຫ້ສັດຕະຍາບັນ. ທ່ານຫວັງວ່າ ເລື່ອງລົງນາມອາດຈະໄດ້ດຳເນີນໃນ ເດືອນ ຕຸລາ 2018 ຢູ່ກອງປະຊຸມສຸດຍອດ ASEM ຫຼື ເດືອນ ພະຈິກ 2018. ເລື່ອງໃຫ້ສັດຕະຍາບັນ EVFTA ຈະໄດ້ສຳເລັດໃນອາຍຸການນີ້ ຂອງລັດຖະສະພາ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ