ສິ້ນສຸດການເຈລະຈາFTAຫວຽດນາມ-ສ.ເກົາຫຼີຮອບທີ5

ສິ້ນສຸດການເຈລະຈາFTAຫວຽດນາມ-ສ.ເກົາຫຼີຮອບທີ5 - ảnh 1
ປະທານາທິບໍດີ ສ. ເກົາຫຼີ ຢ້ຽມຢາມ ບໍລິສັດ Hansae ຫວຽດນາມ ຈຳກັດ ໃນເຂດອຸດສາຫະກຳ ຢູ່ເມືອງ ກູ໋ຈີ (ນະຄອນ ໂຮ່ຈີມິນ)
(ພາບ: Thanh Vũ – TTXVN)

(​vovworld) – ​ໃນ​ລະ​ຫວ່າງ​ວັນ​ທີ 20 – 23/5, ຢູ່​ນະຄອນຫຼວງ ​ເຊີ​ອູ​ນ, ປະ​ເທດ ສ. ​ເກົາຫຼີ, ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ທີ 5 ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - ສ. ​ເກົາຫຼີ. ທີ່​ຮອບ​ເຈລະຈາ​ຄັ້ງ​ນີ້, 2 ຝ່າຍ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ໃນ​ຫຼາຍ​ຂົງ​ເຂດ​ຄື: ພາສີອາກອນ, ຫຼັກການຜະລິດ, ການ​ບໍລິການ, ການ​ລົງທຶນ, ນິຕິ​ກຳ ​ແລະ ລະບອບ, ປ້ອງ​ກັນ​ດ້ານ​ການ​ຄ້າ, ບັນດາ​ມາດ​ຕະການ​ກວດກາ​ສັດ - ພຶດ (SPS), ບັນດາ​ມາດ​ຕະການ​ເຕັກນິກ (TBT), ການ​ຮ່ວມ​ມື​ເສດຖະກິດ.​.​.​ ຄະນະ​ເຈລະຈາ ຫວຽດນາມ ສືບ​ຕໍ່​ເຂົ້າ​ຮ່ວມການ​ປຶກສາ​ຫາລື​ບາງ​ເນື້ອ​ໃນ​ຄື: ການ​ແກງ​ແຍ້​ງ, ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ແລະ ຊັບ​ສິນ​ທາງ​ປັນຍາ​ພາຍ​ໃຕ້​ຮູບ​ແບບ​ກຸ່ມ​ນັກ​ຊ່ຽວຊານ. ກ່ຽວ​ກັບ​ການ​ເປີດ​​ຕະຫຼາດ​ການ​ຄ້າ, ຫວຽດນາມ ສືບ​ຕໍ່​ສະ​ເໜີ​ໃຫ້​ຝ່າຍ ສ. ​ເກົາຫຼີ ພິຈາລະນາ​ບັນດາ​ຜະລິດຕະ​ພັນ ຫວຽດນາມ ທີ່ມີ​ທ່າ​ແຮງ ​ແລະ ຜົນ​ປະ​ໂຫຍ​ດ​ໃນ​ການສົ່ງ​ອອກ​ຄື: ສິນ​​ໃນ​ນ້ຳ, ຜະລິດ​ຕະພັນ​ກະ​ເສດ​ຢ່າງ​ສົມ​ເຫດ​ສົມ​ຜົນ. ​ແລະ ຫວຽດນາມ ກໍ່ຈະ​ພິຈາລະນາ​ບັນດາ​ຜົນ​ປະ​ໂຫຍ​ດ​ໃນການ​ສົ່ງ​ອອກ​ຂອງ ສ. ​ເກົາຫຼີ ​ແລະ ປັບປຸງ​ຄຳ​ໝັ້ນ​ສັນຍາ​ເມື່ອ​ທຽບ​ໃສ່ FTA ອາ​ຊຽນ - ສ. ​ເກົາຫຼີ. 2 ຝ່າຍ​ຢັ້ງຢືນ​ຄືນຄວາມ​ຕັດສິ​ນ​ໃຈ​, ບຸລິມະສິດ​ແຫຼ່ງກຳລັງ​ເພື່ອ​ສູ້​ຊົນ​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ປີ 2014. ຄາດ​ວ່າ, ຮອບ​ເຈລະຈາ​ທີ 6 ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ ຫວຽດນາມ ​ໃນ​ກາງ​ເດືອນ 7 ຈະ​ມາ​ເຖິງ.

 

 


ຂ່າວ/ບົດ​ອື່ນ