ສິ້ນ​ສຸດ​ການ​ແລ່ນ​ຕໍ່​ໄມ້ “ກ້າວ​ເດີນ​ພ້ອມ​ກັບ ຫວຽດ​ນາມ” ທີ່​ມີ​ຄວາມ​ຍາວ 2020 km

(VOVWORLD) - ໂຄງການເຄື່ອນໄຫວແລ່ນຕໍ່ໄມ້ “ກ້າວເດີນພ້ອມກັບ ຫວຽດນາມ” ຖືກປະຕິບັດ ເພື່ອແນໃສ່ສ້າງກອງທຶນໜູນຊ່ວຍບັນດາສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. 
ສິ້ນ​ສຸດ​ການ​ແລ່ນ​ຕໍ່​ໄມ້ “ກ້າວ​ເດີນ​ພ້ອມ​ກັບ ຫວຽດ​ນາມ” ທີ່​ມີ​ຄວາມ​ຍາວ 2020 km - ảnh 1ການແລ່ນຕໍ່ໄມ້ “ກ້າວເດີນພ້ອມກັບ ຫວຽດນາມ” ມີຄວາມຍາວ 2020 km  (ພາບ:TTXVN)

 ຕອນບ່າຍວັນທີ 26 ຕຸລາ, ພາຍຫຼັງດຳເນີນມາເປັນເວລາ 10 ວັນ ເລີ່ມແຕ່ນະຄອນຮະລອງ, ລາຍການແລ່ນຕໍ່ໄມ້ “ກ້າວເດີນພ້ອມກັບ ຫວຽດນາມ” ທີ່ມີຄວາມຍາວ 2020 km, ໂດຍບໍລິສັດໃຫຍ່ຫຸ້ນສ່ວນ ເບຍ - ເຫຼົ້າ - ເຄື່ອງດື່ມ ໄຊງ່ອນ (SABECO) ສົມທົບກັບສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງ ໄດ້ສິ້ນສຸດລົງຢູ່ສວນສາທາລະນະ ລຶວຫືວເຟຶອກ, ນະຄອນເກິ່ນເທີ. ໂຄງການເຄື່ອນໄຫວດັ່ງກ່າວຖືກປະຕິບັດ ເພື່ອແນໃສ່ສ້າງກອງທຶນໜູນຊ່ວຍບັນດາສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ໃນໄລຍະທາງແລ່ນຜ່ານເຂດພາກກາງ, ໄດ້ເຫັນປະຈັກບັນດາຜົນເສຍຫາຍຢ່າງໜັກໜ່ວງທີ່ເກີດຈາກໄພທຳມະຊາດ, ຄະນະຈັດຕັ້ງ ແລະ ບັນດາສ່ວນບຸກຄົນທີ່ເຂົ້າຮ່ວມລາຍການດັ່ງກ່າວ ໄດ້ໜູນຊ່ວຍຈຳນວນເງິນປະມານ 1 ຕື້ດົ່ງ ເພື່ອຊ່ວຍເຫຼືອພໍ່ແມ່ພີ່ນ້ອງຢູ່ເຂດພາກກາງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ