ສືບຕໍ່ກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳສະພາແຫ່ງຊາດ

ສືບຕໍ່ກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 20 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ

(vovworld) – ​ໂດຍ​ສືບ​ຕໍ່​ລາຍການ​ເຮັ​ດວຽກ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 20, ຕອນ​ເຊົ້າ​ວັນ​ທີ 14/8, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳລັດ​ກ່ຽວ​ກັບ​​ດຳ​ເນີນ​ທຸລະ​ກິດ​, ການພະນັນແຂ່ງ​ມ້າ, ​ແຂ່ງ​ໝາ ​ແລະ ເຕະບານ​ະ​ສາກົນ ​ກໍ່ຄືດຳ​ລັດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ casino. ​ເມື່ອ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ການພະນັນແຂ່ງ​ມ້າ, ​ແຂ່ງ​ໝາ ​ແລະ ​ເຕະບານ​ສາກົນ ​ແມ່ນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ມີ​ເງື່ອນ​ໄຂ, ​ແມ່ນ​ບັນຫາ​ມີ​ຄວາມ​ສະດຸ​ງ​ໄວ, ມີການກະທົບ​ເຖິງ​ຫຼາຍ​ດ້ານ​ເສດຖະກິດ​ ສັງຄົມ, ວັດທະນະທຳ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບຮຽບຮ້ອຍ. ດັ່ງ​ນັ້ນ, ລັດຖະບານ​ຄວນ​ຄິດ​ໄລ່​ຊັງ​ຊາຕີ​ລາຄາ​ຜົນ​ສະທ້ອນ​ຢ່າງ​ຄົບ​ຖ້ວນ. ທ່ານ ຟານຈູງ​ຫຼີ, ຫົວໜ້າ​ກຳມາ​ທິການ​ກົດ​ໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ຖື​ວ່າ:

    “ກ່ຽວ​ກັບ​​ແຜນ​ນະໂຍບາຍ​ໃຫ້​ດຳ​ເນີນ​ທຸລະ​ກິດ, ຂ້າພະ​ເຈົ້າ​ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ນັ້ນ ​ແລະ ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຄວນ​ມີ​ມະຕິ​ອະນຸຍາດ​ໃຫ້​ບັນຫາ​ນີ້. ​ໃນ​ນັ້ນ ​ໃສ່​ໃຈ​ລັດຖະບານ​ບາງ​ເນື້​ອ​ໃນ, ບັນຫາ​ເມື່ອ​ປະກາດ​​ໃຊ້​ດຳລັດ​ນີ້, ກ່ອນ​ອື່ນ​ໝົດ​ຕ້ອງ​ຕີ​ລາຄາ​ດ້ານ​ດີກໍ່ຄື​ບັນດາ​ສິ່ງ​ຫຍໍ້​ທໍ້​​ເມື່ອ​ພວກ​ເຮົາ​ອະນຸຍາດ​ໃຫ້​ດຳ​ເນີນ​ທຸລະ​ກິດ​ນີ້​ຢ່າງ​ຄົບ​ຖ້ວນ.”

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ດຳລັດ​ເຄື່ອນ​​ໄຫວ​ດຳ​ເນີນ​ທຸລະ​ກິດ casino. ຄຳ​ເຫັນ​ສ່ວນ​ຫຼາຍ​​ເຫັນ​ດີ​ເປັນ​ເອກ​ະສັນ​ຖື​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ມີ​ຄວາມ​ສະດຸ​ງ​ໄວ, ບໍ່​ສົ່ງ​ເສີມ​ພັດທະນາ.

ຂ່າວ/ບົດ​ອື່ນ