ສືບຕໍ່ການເຄື່ອນໄຫວກູ້ໄພກູ້ຊີບຊາວຫວຽດນາມ ອາໄສຢູ່ຟີລິບປີນ ພາຍຫຼັງພະຍຸ Haiyan

ສືບຕໍ່ການເຄື່ອນໄຫວກູ້ໄພກູ້ຊີບຊາວຫວຽດນາມ ອາໄສຢູ່ຟີລິບປີນ ພາຍຫຼັງພະຍຸ Haiyan - ảnh 1
(ພາບປະກອບ: AFP)

(vovworld) - ​ຕາມ​ແຫຼ່ງຂ່າວ​ຈາກ​ສະຖານທູ​ດຫວຽດນາມ​ປະຈຳ ຟີ​ລິບ​ປີນ ​ແລ້ວ, ບັນດາ​ພົນລະ​ເມືອງຫວຽດນາມ ອາ​ໄສ​ຢູ່​ນະຄ​ອນ Tacloban ​ແລະ ບັນດາ​ເຂດ​ອ້ອມ​ຂ້າງທີ່​ຖືກ​ຜົນ​ທະ​ທ້ອນ​ຈາກ​ພະຍຸ Haiyan ​ໄດ້​​ຍ້າຍ​ໄປ​ເຖິງ​ນະຄອນ Ormoc, ຫ່າງ​ຈາກ​ນະຄອນ Tacloban ປະມານ 105 ກມ, ຍ້ອນ​ນະຄອນ​ນີ້​ມີ​ຄວາມປອດ​​ໄພ ​ແລະ ສະດວກ​ໃຫ້​ແກ່ການ​ກູ້​ໄພ​ກູ້​ຊີບ​ກວ່າ​ເມື່​ອທຽບ​ໃສ່​ນະຄອນ Tacloban.

        ຕອນ​ຄໍ່າ​ວັນ​ທີ 13/11, ພະນັກງານ​ສະຖານທູດ​ຫວຽດນາມ ປະຈຳ​ຟີ​ລິບ​ປີນ ​ຂົນ​ສົ່ງເຄື່ອງ​ຊ່ວຍ​ເຫຼືອ​ເຖິງ​ນະຄອນ Cebu ດ້ວຍ​ເຮືອ​ບິນ ​ແລະ ຕອນ​ເຊົ້າ​ວັນ​ທີ 14/11 ​ໄດ້​​ໄປຮອດ​ນະຄອນ Ormoc ​ເພື່ອ​ແຈກ​ຢາຍ​ໃຫ້​ພໍ່​ແມ່​ພິນ້ອງ​ຊາວ​ຫວຽດນາມ ຢູ່ທີ່​ນີ້. ມີ​ຊາວ​ຫວຽດນາມ ທີ່​ມີ​ໃຈ​ບຸ​ນ​ໃຈ​ກູ​້ຊົນ ​ແລະ ນັກ​ຂ່າວ​ບາງ​ຄົນ​ຫວຽດນາມ ຈຳນວນ​ໜຶ່ງ​​ໄດ້​ເດີນທາງໄປ​ຟີ​ລິບ​ປີນ ​ເພື່ອ​​ສົມທົບ​ກັບ​​ພະນັກງານ​ສະຖານທູດຫວຽດນາມ ປະຕິບັດ​ວຽກ​ງານ​ກູ້​ໄພ​ກູ້​ຊີ​ບນີ້. ມາ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ຂ່າວກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຟີ​ລິບ​ປີນ ​ເສຍ​ຊີວິດ​ຍ້ອນ​ພະຍຸ Haiyan.
ຂ່າວ/ບົດ​ອື່ນ