ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໃນ​ຂົງ​ເຂດ​ເສ​ນາ​ຮັກ

(VOVWORLD) -  ວັນທີ 15 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍເສນາຮັກ 103, ກອງທັບປະຊາຊົນ ຫວຽດນາມ, ຈັດພິທີສະຫຼຸບຕີລາຄາຖອດຖອນບົດຮຽນໃນການປະຕິບັດໂຄງການຜ່າຕັດປ່ຽນໝາກໄຂ່ຫຼັງ ປີ 2023.
ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໃນ​ຂົງ​ເຂດ​ເສ​ນາ​ຮັກ - ảnh 1ຜູ້ຕາງໜ້າໂຮງໝໍສູນກາງ  103 ກອງທັບປະຊາຊົນ ລາວ ແລະ ຜູ້ຕາງໜ້າໂຮງໝໍເສນາຮັກ 103 ກອງທັບປະຊາຊົນ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: TTXVN)

ຄະນະການນຳໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ ໃນຂອບເຂບຜັນຂະຫຍາຍແຜນການຮ່ວມມືດ້ານເສນາຮັກ ຫວຽດນາມ - ລາວ, ໃນປີນີ້, ບັນດານັກຊ່ຽວຊານຂອງໂຮງໝໍເສນາຮັກ 103 ຫວຽດນາມ ໄດ້ໄປຍັງນະຄອນຫຼວງວຽງຈັນ ເພື່ອສົມທົບປະຕິບັດສຳເລັດການຜ່າຕັດປ່ຽນໝາກໄຂ່ຫຼັງ 7 ຄູ່ ຢ່າງສຳເລັດຜົນດ້ວຍໝາກຜົນອັນຈົບງາມ.

ພາຍຫຼັງຜ່າຕັດສຸຂະພາບຄົນເຈັບທຸກໆຄົນຟື້ນຕົວໄດ້ດີ, ມີຄົນເຈັບບາງຄົນໄດ້ກັບຄືນໄປເຮັດວຽກເປັນປົກກະຕິ. ພາຍໃຕ້ການແນະນຳຂອງນັກຊ່ຽວຊານ ຫວຽດນາມ, ບັນດາທ່ານໝໍຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກໍສາມາດເປັນເຈົ້າການດ້ານເຕັກນິກໃນບາງຂັ້ນຕອນຜ່າຕັດ ກໍຄື ຕິດຕາມອາການຄົນເຈັບຫຼັງຜ່າຕັດເປັນເທື່ອລະກ້າວ.

ດ້ວຍຈິດໃຈສ້າງສັນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ສອງກອງທັບເວົ້າລວມ ແລະ ລະຫວ່າງສອງໂຮງໝໍເວົ້າສະເພາະ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບບາງທິດທາງການຮ່ວມມືໃນປີໜ້າ. ຕາມນັ້ນແລ້ວ, ໃນປີ 2024, ໂຮງໝໍເສນາຮັກ 103 ຫວຽດນາມ ຈະສືບຕໍ່ຈັດສົ່ງນັກຊ່ຽວຊານໄປສົມທົບໜູນຊ່ວຍໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ປະຕິບັດການຜ່າຕັດປ່ຽນໝາກໄຂ່ຫຼັງ ແຕ່ 10 ຫາ 20 ຄູ່; ສືບຕໍ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ຖ່າຍທອດເຕັກນິກເພື່ອຮອດປີ 2025, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ສາມາດເປັນເຈົ້າການໃນການຜ່າຕັດປ່ຽນໝາກໄຂ່ຫຼັງໄດ້ຢ່າງສົມບູນ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ