ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ

ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ - ảnh 1
ກອ​ງປະຊຸມ​​ແລກປ່ຽນ​ວຽກ​ງານ​ກັບ​ບັນດາ​ແຂວງ​ພູດ​ອຍພາກ​​ເໜືອ
(ພາບ: baophutho.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 09/09, ຢູ່​ແຂວງ​ຟຸທ້ໍ, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຈັດ​ກອ​ງປະຊຸມ​​ແລກປ່ຽນ​ວຽກ​ງານ​ກັບ​ບັນດາ​ແຂວງ​ພູດ​ອຍພາກ​​ເໜືອ ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​​ໂຮ່ຈິ​ມິນ ​ໃນ 7 ​ເດືອນ​ຕົ້ນ​ປີ 2014. ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ຫງວຽນ​ເທ໋ກີ, ຮອງ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໃຫ້​ຮູ້​ວ່າ.

     “ສືບ​ຕໍ່​ຕິດ​ພັນ​ຄຳ​ສັ່ງ​ເລກທີ 03 ກັບ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ການ​ເມືອງ, ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງ​​ົບ ​ແລະ ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຢູ່​ທ້ອງ​ຖິ່ນ, ອົງການ, ຫົວໜ່ວຍ. ພາກສ່ວນ​ຊ່ວຍ​ວຽກ​ຕ້ອງ​ເສີມ​ຂະຫຍາຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ, ​ເປັນ​ເຈົ້າ​ການ​​ໃນ​ການ​​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ​ບັນດາ​ວິທີ​ເຮັດ​ໃໝ່, ບັນດາ​ເນື້ອ​ໃນ​ແທດ​ຈິງ, ບົດຮຽນ​​ເຊິ່ງທອດຖອນ​ມາ​ໄດ້​​ໃນ​ໄລຍະ​ຜ່ານ​ມາ; ຕັ້ງໜ້າ​ຮໍ່າຮຽນ, ​ແລກປ່ຽນ​ບັນດາ​ວິທີ​ເຮັດ​ທີ່​ດີ, ຮູບ​ແບບ​ທີ່​ດີ​ຂອງ​ບັນດາ​ທ້ອງ​ຖິ່ນ, ອົງການ, ຫົວໜ່ວຍ, ກະຕຸກ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ລະດົມ​ກຳລັງ​ໃຈ, ​​ເປັນແບບຢ່າງ…. ​ກ່ຽວ​ກັບ​ວິທີ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນເປັນປະຈຳ​ ”.

        ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງຄະ​ນະ​ພັກ​ທຸກ​ຂັ້ນ ຕ້ອງ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ວຽກ​ງານ​ສືບ​ຕໍ່​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ