​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ກູ້​ຊ່ວຍ​ປະ​ຊາ​ຊົນ​ຖືກທີ່ຜົນ​ເສຍ​ຫາຍ​ຈາກ​ພາ​ຍຸ, ນ້ຳ​ຖ້ວມ

(VOVWORLD) - ຄະນະຂົນຂວາຍກູ້ຊ່ວຍສູນກາງ - ຄະນະກຳມະການສູນກາງແນວແຮມປະເທດຊາດ ຫວຽດນາມ ໄດ້ປະກາດໃຊ້ມະຕິຈັດແບ່ງແຈກຢາຍຄັ້ງທີ 1 ໂດຍໂອນງົບປະມານ ໄປຍັງ ຄະນະຂົນຂວາຍການກູ້ຊ່ວຍຂອງ 20 ແຂວງທີ່ໄດ້ຮັບຜົນເສຍຫາຍ.
​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ກູ້​ຊ່ວຍ​ປະ​ຊາ​ຊົນ​ຖືກທີ່ຜົນ​ເສຍ​ຫາຍ​ຈາກ​ພາ​ຍຸ, ນ້ຳ​ຖ້ວມ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນມອບງົບປະມານຊ່ວຍເຫຼືອຄັ້ງທີ 1 ດ້ວຍຈຳນວນເງິນ 30 ຕື້ດົ່ງໃຫ້ແກ່ການນຳແຂວງ ໄທງວຽນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi (ພາບ: laodongthudo.vn)

ໂດຍຕອບສະໜອງຄວາມຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໄລ່ຮອດເວລາ 17 ໂມງຂອງວັນທີ 15 ກັນຍາ, ຈຳນວນບັນດາອົງການຈັດຕັ້ງ, ສ່ວນບຸກຄົນໄດ້ແຜ່ບໍລິຈາກເງິນໃຫ້ແກ່ປະຊາຊົນທີ່ຖືກຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນແມ່ນ 1.094 ຕື້ດົ່ງ. ພາຍຫຼັງໄດ້ຮັບການໜູນຊ່ວຍຈາກບັນດາແຫຼ່ງງົບປະມານຊ່ວຍເຫຼືອ ໃນລະຫວ່າງວັນທີ 12 – 13 ກັນຍາ, ຄະນະຂົນຂວາຍກູ້ຊ່ວຍສູນກາງ - ຄະນະກຳມະການສູນກາງແນວແຮມປະເທດຊາດ ຫວຽດນາມ ໄດ້ປະກາດໃຊ້ມະຕິຈັດແບ່ງແຈກຢາຍຄັ້ງທີ 1 ໂດຍໂອນງົບປະມານ ໄປຍັງ ຄະນະຂົນຂວາຍການກູ້ຊ່ວຍຂອງ 20 ແຂວງທີ່ໄດ້ຮັບຜົນເສຍຫາຍ.

ຈຳນວນງົບປະມານທີ່ຍັງເຫຼືອ, ຄະນະຂົນຂວາຍກູ້ຊ່ວຍສູນການ - ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະສືບຕໍ່ສຳຫຼວດກວດຄືນເພື່ອແຈກຢາຍໄປຍັງບັນດາທ້ອງຖິ່ນເຂດຖືກຜົນເສຍຫາຍໂດຍພາຍຸນ້ຳຖ້ວມກໍ່ຂຶ້ນໂດຍໄວ. ຄາດວ່າໃນວັນທີ 16 ກັນຍາ, ຄະນະຂົນຂວາຍການກູ້ຊ່ວຍສູນກາງ ຈະສືບຕໍ່ດຳເນີນການຈັດແບ່ງແຈກຢາຍຄັ້ງທີ 2 ໂດຍອີງຕາມລະດັບຄວາມເສຍຫາຍຂອງບັນດາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ