ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ

(VOVWORLD) - ຕໍ່ໜ້າສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນນັ້ນ, ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ຕັ້ງໜ້າຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂຄວິດ-19. 

ທີ່ກອງປະຊຸມອອນລາຍຂອງຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໂດຍນະຄອນ ໂຮ່ຈີມິນ ຈັດຕັ້ງໃນຕອນບ່າຍວັນທີ 13 ເມສາ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງວ່າ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ບໍ່ປະໝາດ, ລະເລີຍ.

ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ - ảnh 1 ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ

        ແລະກໍ່ໃນວັນດຽວກັນ, ສູນຄວບຄຸມພະຍາດແຂວງ ກາວບັງ ກໍໄດ້ນຳຫ້ອງວິໄຈຊີວະວິທະຍາເຂົ້າເຄື່ອນໄຫວ ເພື່ອດຳເນີນການວິໄຈກວດພົບຜູ້ຕິດເຊື້ອໂຄວິດ-19. ແຂວງ ກາວບັງ ໄດ້ຕິດຕັ້ງເຄື່ອງວິໄຈ Real time PCR ເຊິ່ງແມ່ນເຄື່ອງວິໄຈໄວຣັດ SARS-CoV-2 ທີ່ມີລະດັບຄວາມຊັດເຈນເຖິງ 99,5%.

        ທີ່ແຂວງ ທ໊າຍບີ່ງ, ທ່ານ ດັ້ງຈ້ອງທັງ ປະທານຄະນະກຳມະການປະຊາຊົນແຂວງ ທ໊າຍບີ່ງ ຫາກໍ່ມີເອກະສານທາງການຮຽກຮ້ອງບັນດາພະແນກ, ຂະແໜງການເພີ່ມທະວີກົດລະບຽບວິໄນ, ບໍ່ປະໝາດ, ລະເລີຍຢ່າງເດັດຂາດ; ຢຶດໝັ້ນບັນດາຫຼັກການປ້ອງກັນ, ສະກັດກັ້ນໂລກລະບາດ…ຮຽກຮ້ອງປະຊາຊົນໃຫ້ມີສະຕິຕື່ນຕົວຕໍ່ການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ຖືກຕ້ອງຕາມການຊີ້ນຳຂອງນາຍົກລັດຖະມົນຕີ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ