ສັບປະດາຂັ້ນສູງ APEC 2023: ຫວຽດນາມ ພ້ອມກັນຮ່ວມມື, ເຄື່ອນໄຫວເພື່ອການພັດທະນາແບບຍືນຍົງຂອງພາກພື້ນ

(VOVWORLD) - ໃນໄລຍະ 25 ປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນເຂົ້າໃນທຸກຂົງເຂດຮ່ວມມື, ສ້າງຫຼາຍຂີດໝາຍສຳຄັນໃນວິວັດການຂອງ APEC
ສັບປະດາຂັ້ນສູງ APEC 2023: ຫວຽດນາມ ພ້ອມກັນຮ່ວມມື, ເຄື່ອນໄຫວເພື່ອການພັດທະນາແບບຍືນຍົງຂອງພາກພື້ນ - ảnh 1ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ
(ພາບ:TTXVN )

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ສົມທົບກັນເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແຕ່ວັນທີ 14 – 17 ພະຈິກ 2023.

        ເມື່ອຕອບສຳພາດຕໍ່ນັກຂ່າວກ່ອນທີ່ສັບປະດາຂັ້ນສູງ APEC 2023 ຈະຈັດຂຶ້ນຢູ່ນະຄອນ San Fransisco, ປະເທດ ອາເມລິກາ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ໃຫ້ຮູ້ວ່າ: ໃນໄລຍະ 25 ປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນເຂົ້າໃນທຸກຂົງເຂດຮ່ວມມື, ສ້າງຫຼາຍຂີດໝາຍສຳຄັນໃນວິວັດການຂອງ APEC. ທີໜຶ່ງ, ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍບັນດາພື້ນຖານເສດຖະກິດທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາສະມາຊິກ ເປັນສອງຄັ້ງສະໜັບສະໜູນໃຫ້ດຳລົງຕຳແໜ່ງເປັນປະທານ APEC ໃນປີ 2006 ແລະ 2017. ທີສອງ, ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກທີ່ຕັ້ງໜ້າທີ່ສຸດໃນການສະເໜີບັນດາຂໍ້ລິເລີ່ມ, ໂຄງການຮ່ວມມື, ດ້ວຍເກືອບ 150 ໂຄງການ, ໃນບັນດາຂົງເຂດຈາກການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການຄ້າເອເລັກໂຕນິກ….ຕະຫຼອດຮອດການພັດທະນາຊົນນະບົດ ແລະ ຕົວເມືອງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ທີສາມ, ຫວຽດນາມ ໄດ້ຢັ້ງຢືນບົດບາດການບໍລິຫານ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຂອງ APEC ຜ່ານການດຳລົງບັນດາຕຳແໜ່ງສຳຄັນໃນບັນດາກົນໄກຂອງເວທີປາໄສ.

        ກ່ຽວກັບການເຂົ້າຮ່ວມຂອງ ຫວຽດນາມ ໃນສັບປະດາຂັ້ນສູງປີນີ້, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ໃຫ້ຮູ້ວ່າ: ທ່ານປະທານປະເທດ ຫວໍວັນເຖືອງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນ ແລະ ມີການເຮັດວຽກຫຼາຍຄັ້ງທີ່ກອງປະຊຸມສຸດຍອດວິສາຫະກິດ APEC. ທ່ານປະທານປະເທດ ຫວຽດນາມ ຈະສົ່ງສານຢ່າງແຮງເຖິງປະຊາຄົມວິສາຫະກິດ ພ້ອມກັນຮ່ວມແຮງຮ່ວມໃຈປະກອບສ່ວນ, ຜ່ານຜ່າທຸກສິ່ງທ້າທາຍ ໃນໄລຍະປະຈຸບັນ ແລະ ຍາດແຍ່ງບັນດາກາລະໂອກາດເພື່ອຊຸກຍູ້ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ແຕ່ລະພື້ນຖານເສດຖະກິດ, ໃນນັ້ນມີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ