ສ​ປຊ ສິ​້ນ​ສຸດ​ໄລ​ຍະ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທຳ​ອິດ ​ຢູ່ ຊູ​ດັງ

(VOVWORLD) -ວັນທີ 13 ກຸມພາ, ຄະນະປະຕິບັດງານຂອງ ສປຊ ປະຈຳ ຊູດັງ ໄດ້ສິ້ນຊຸດໄລຍະທຳອິດຂອງວິວັດການປຶກສາຫາລືກັບບັນດາຝ່າຍ ເພື່ອແນໃສ່ຊອກຫາວິທີການຢຸດຕິວິກິດການດ້ານການເມືອງຢູ່ປະເທດນີ້.

ສ​ປຊ ສິ​້ນ​ສຸດ​ໄລ​ຍະ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທຳ​ອິດ ​ຢູ່ ຊູ​ດັງ - ảnh 1ປະຊາຊົນລີບີ ແຫ່ຂະບວນປະທ້ວງຮຽກຮ້ອງຫັນປ່ຽນໄປສູ່ລະບອບ ການປົກຄອງພົນລະເມືອງ
(ພາບ:  AFP/TTXVN)

ໃນຖະແຫຼງການສະບັບໜຶ່ງ, ຄະນະໜູນຊ່ວຍການຮັບຄຸ້ມຄອງເປັນເອກະພາບຂອງ ສປຊ ປະຈຳ ຊູດັງ (UNITAMS) ໄດ້ມີແຈ້ງການວ່າ ຈະປະກາດເອກະສານໂດຍຫຍໍ້ທີ່ຍົກໃຫ້ເຫັນຢ່າງຈະແຈ້ງ ບັນດາຄວາມເຫັນດີເຫັນພ້ອມຫຼັກ ລະຫວ່າງ ບັນດາກຳລັງການເມືອງ ຊູດັງ ຕໍ່ກັບບັນດາບັນຫາທີ່ກໍ່ຄວາມໂຕ້ຖຽງກັນ ໃນວິວັດການຫັນປ່ຽນໄປສູ່ລະບອບ ການປົກຄອງພົນລະເມືອງໂດຍໄວ. ທ່ານ Volker Perthes ຜູ້ນຳ UNITAMS ໄດ້ຖືວ່າ ວິວັດການປຶກສາຫາລືນີ້ ແມ່ນເປັນປະໂຫຍດ ຍ້ອນວ່າ ຜ່ານວິວັດການນີ້, ຄະນະປະຕິບັດງານ ອາດຈະກຳໄດ້ບັນດາທັດສະນະ ແລະ ຂໍ້ສະເໜີຈາກ ປະຊາຊົນຊູດັງ.

ຕອບກັບ

ຂ່າວ/ບົດ​ອື່ນ