ສ​ປ​ຊ ສະ​ເໜີ​ໃຫ້ ລັດ​ເຊຍ ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ລິ​ເລີ່ມ​ທັນ​ຍາ​ຫານ​ທະ​ເລ​ດຳ ເພື່ອ​ແລກ​ເອົາ​ສິດ​ເຂົ້າ​ລະ​ບົບ​ຊຳ​ລະ​ສາ​ກົນ SWIFT

(VOVWORLD) - ລັດເຊຍ ຈະຕໍ່ກຳນົດເວລາຂໍ້ຕົກລົງທັນຍາຫານຢູ່ທະເລດຳຕື່ມອີກ  2 – 3 ເດືອນ ເພື່ອໃຫ້ ສະຫະພາບເອີຣົບ ມີເວລາຟື້ນຟູການເຊື່ອມຕໍ່ຂອງທະນາຄານກະສິກຳ ລັດເຊຍ ກັບລະບົບຊຳລະສາກົນ SWFT.

ວັນທີ 12 ກໍລະກົດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ສະເໜີໃຫ້ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຕໍ່ກຳນົດເວລາຂໍ້ລິເລີ່ມທັນຍາຫານທະເລດຳ ເພື່ອແລກເອົາສິດເຂົ້າລະບົບຊຳລະສາກົນ SWFT. ທ່ານ Stephane Dujarric ໂຄສົກ ສປຊ ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່ Antonio Guterres  ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin  ສະເໜີມາດຕະການ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນໄຫວນຳສົ່ງ - ສົ່ງອອກສະບຽງອາຫານ ແລະ ຝຸ່ນ ຂອງ ລັດເຊຍ ກວ່າອີກ, ພ້ອມທັງ ຮັບປະກັນວ່າການຂົນສົ່ງທັນຍາຫານຂອງ ຢູແກຼນ ຈະສືບຕໍ່ໄດ້ຂົນສົ່ງຜ່ານທະເລດຳ. ຕາມນັ້ນແລ້ວ, ລັດເຊຍ ຈະຕໍ່ກຳນົດເວລາຂໍ້ຕົກລົງທັນຍາຫານຢູ່ທະເລດຳຕື່ມອີກ  2 – 3 ເດືອນ ເພື່ອໃຫ້ ສະຫະພາບເອີຣົບ ມີເວລາຟື້ນຟູການເຊື່ອມຕໍ່ຂອງທະນາຄານກະສິກຳ ລັດເຊຍ ກັບລະບົບຊຳລະສາກົນ SWFT. ທ່ານ Dmitri Peskov ໂຄສົກວັງ Kremlin ຍັງບໍ່ທັນມີຄຳເຫັນຕິຊົມກ່ຽວກັບຂໍ້ມູນດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ