ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມຫຼາຍກວ່າອີກ

(VOVWORLD) -ທ່ານເລຂາທິການໃຫຍ່ Antonio Guterres ຮຽກຮ້ອງໃຫ້ສ້າງທຸກເງື່ອນໄຂເພື່ອໃຫ້ຄົນພິການເຊື່ອມຕົວເຂົ້າກັບສັງຄົມຫຼາຍກວ່າອີກ, ເຊິ່ງແມ່ນໂລກທີ່ໃນນັ້ນປະຊາຊົນທຸກຄົນລ້ວນແຕ່ມີໂອກາດໄດ້ສຳຜັດຢ່າງສະເໝີພາບ ເປັນເປົ້າໝາຍທີ່ຕ້ອງສູ້ຊົນ. 
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມຫຼາຍກວ່າອີກ - ảnh 1ທ່ານເລຂາທິການໃຫຍ່ Antonio Guterres (ພາບ: TTXVN) 

 ວັນທີ 30 ພະຈິກ, ທ່ານເລຂາທິການໃຫຍ່ Antonio Guterres ຮຽກຮ້ອງໃຫ້ສ້າງທຸກເງື່ອນໄຂເພື່ອໃຫ້ຄົນພິການເຊື່ອມຕົວເຂົ້າກັບສັງຄົມຫຼາຍກວ່າອີກ, ເຊິ່ງແມ່ນໂລກທີ່ໃນນັ້ນປະຊາຊົນທຸກຄົນລ້ວນແຕ່ມີໂອກາດໄດ້ສຳຜັດຢ່າງສະເໝີພາບ ເປັນເປົ້າໝາຍທີ່ຕ້ອງສູ້ຊົນ. ໃນບົດກ່າວໄປໄສຕໍ່ບັນດາປະເທດສະມາຊິກຂອງສົນທິສັນຍາວ່າດ້ວຍສິດທິມະນຸດຂອງຄົນພິການ 2006, ຜູ້ນຳໜ້າ ສປຊ ໄດ້ເນັ້ນໜັກວ່າ ສິດທິຂອງຄົນພິການຈະໄດ້ຮັບການປະຕິບັດຢ່າງຄົບຖ້ວນໄດ້ ດ້ວຍວິທີລົບລ້າງສິ່ງກີດຂວາງ, ຄວາມບໍ່ຍຸຕິທຳ ແລະ ການຈຳແນກປະພຶດ ເຊິ່ງບັນດາຄົນພິການຕ້ອງຜ່ານຜ່າ. ເມື່ອເຕື້ອງເຖິງແຜນການເຄື່ອນໄຫວທົ່ວໂລກເພື່ອແນໃສ່ນຳມາເຊິ່ງໂລກແຫ່ງຄວາມຍຸຕິທຳ ແລະ ຍືນຍົງກວ່າ, ທ່ານ Antonio Guterres ຖືວ່າ “ການຮັບຮູ້ໄດ້ສິດທິຂອງຄົນພິການ ນັ້ນແມ່ນສິ່ງສຳຄັນເພື່ອປະຕິບັດຄຳໝັ້ນສັນຍາຂອງໂຄງການດຳເນີນງານ 2030, ຕາມນັ້ນແລ້ວ ຈະບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ”.


ຕອບກັບ

ຂ່າວ/ບົດ​ອື່ນ