ສປຊຮຽກຮ້ອງໃຫ້ຝ່າຍ ຕ່າງໆຢູ່ຊີຣີ ດຳເນີນການ ເຈລະຈາສັນຕິພາບ

ສປຊຮຽກຮ້ອງໃຫ້ຝ່າຍ ຕ່າງໆຢູ່ຊີຣີ ດຳເນີນການ ເຈລະຈາສັນຕິພາບ - ảnh 1

(ພາບ:hanoimoi.com.vn)

(vovworld) -  ​ວັນ​ທີ 17/2, ທ່ານ Lakhdar Brahimi ທູດ​ພິ​ເສດ​ລວມຂອງ ສປຊ ​ແລະ ສະຫະພັນ​ອາຣັບ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ ​ແລະ ບັນດາຝ່າຍ​ຄ້ານ​ຢູ່​ຊີຣີ ຈົ່ງ​ດຳ​ເນີນ​ການ​ເຈລະຈາ​ເພື່ອ​ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ ຢຸດຕິ​ວິ​ກິດ​ການ​ທີ່​ແກ່ຍາວ​ໃນ 20 ​ເດືອນ​ຜ່ານ​ມາ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ທ່ານທູດ​ພິ​ເສດ​Lakhdar Brahimi ​ໃຫ້​ຮູ້​ວ່າ ການ​ເຈລະຈາ​ຄັ້ງຕ່າງໆ​ລະຫວ່າງ​ບັນດາ​ຝ່າຍ​ອາດ​ຈະ​ດຳ​ເນີນ​ໄປ​ຢູ່​ສຳນັກງານ​ຂອງ ສປຊ ​ແຕ່​ບໍ່​ໄດ້​ແຈ້ງ​ສະຖານ​ທີ່​ລະອຽດ​ເທື່ອ. ​ໃນ​ອາທິດ​ກ່ອນ, ທ່ານ Ahmed Moaz Al Khatib ຫົວໜ້າ​ພັນທະ​ມິດ​ຊົນ​ເຜົ່າ​ຊີຣີ  (SNC) ຝ່າຍ​ຄ້ານ ສະ​ເໜີ​​ເຈລະຈາ​ກັບ​ທ່ານຮອງ​ປະທານາທິບໍດີ Farouq Al Shara ກ່ຽວ​ກັບ​ໄລຍະ​ມອບ​ໂອນ​ການ​ເມືອງ ຊື່​ງຕາມ​ນັ້ນ​ແລ້ວ, ປະທານາທິບໍດີ Bashar Al Assad ຈະ​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ ຂະນະ​ທີ່​ໄດ້​ຕົກລົງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ປະຈຸ​ບັນ, ບໍ່​ທັນ​ຮູ້​ວ່າ​ອຳນາດ​ການ​ປົກຄອງ Damascus ຕົກ​ລົງ​ຕໍ່ຂໍ້​ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ​ຂອງ SNC ຫຼື​ບໍ່?

ຂ່າວ/ບົດ​ອື່ນ