ສປປ ເກົາຫລີ ປະຕິເສດແຫລ່ງຂ່າວກ່ຽວກັບການພັດທະນາອາວຸດຊີວະ

(VOVWORLD) -ວັນທີ 20 ທັນວາ, ສປປ ເກົາຫລີ ໄດ້ປະຕິເສດບັນດາຄຳກ່າວຫາຂອງ ອາເມລິກາ ໂດຍຖືວ່າ ພຽງຢາງ ພວມພັດທະນາອາວຸດຊີວະ. 
ສປປ ເກົາຫລີ ປະຕິເສດແຫລ່ງຂ່າວກ່ຽວກັບການພັດທະນາອາວຸດຊີວະ - ảnh 1 ການນຳ ສປປ ເກົາຫລີ Kim Jong-un ຢ້ຽມຢາມຮາກຖານການຜະລິດຢູ່ Suncheon

ສຳນັກຂ່າວສານສູນກາງ ສປປ ເກົາຫລີ (KCNA) ໄດ້ຄັດແຫລ່ງຂ່າວຈາກສະຖາບັນຄົ້ນຄ້ວາ ອາເມລິກາ ຂຶ້ນກັບກະຊວງການຕ່າງປະເທດ ສປປ ເກົາຫລີ ຢືນຢັນວ່າ: ສປປ ເກົາຫລີ ໃນຖານະແມ່ນຝ່າຍຫນຶ່ງເຂົ້າຮ່ວມສົນທິສັນຍາອາວຸດຊີວະສາດ, ຮັກສາຫລັກໝັ້ນຢືດໝັ້ນຄັດຄ້ານການພັດທະນາ, ຜະລິດ, ສະສົມ ແລະ ເປັນກຳມະສິດບັນດາອາວຸດຊີວະ. ສະຖາບັນດັ່ງກ່າວຖືວ່າ ຄຳຖະແຫລງຂອງບັນດານັກຊ່ຽວຊານ ແລະ ສື່ມວນຊົນ ອາເມລິກາ ແມ່ນ “ໄຮ້ເຫດຜົນ” ແລະ ແມ່ນແຜນການຂອງວໍຊິງຕັນ ແນໃສ່ເຮັດໃຫ້ພຽງຢາງຕົກຢູ່ໂດດດ່ຽວກໍ່ຄືເປັນການແກ້ໄຂໃຫ້ແກ່ບັນດາມາດຕະການລົງໂທດ ແລະ ກໍ່ກຳລັງດັນຂອງ ອາເມລິກາ ສຳລັບ ສປປ ເກົາຫລີ.

ຕອບກັບ

ຂ່າວ/ບົດ​ອື່ນ