ສ​ປ​ປ.ເກົາຫຼີ ສະ​ເຫຼີມ​ສະຫຼອງ 66 ປີ​ແຫ່ງວັນເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຢຸດ​ຕິ​ການ​​ສູ້ຮົບ

(VOVWORLD) -ຕອນເຊົ້າວັນທີ 27 ກໍລະກົດ, ສປປ.ເກົາຫຼີ ໄດ້ຈັດພິທີສະເຫຼີມສະຫຼອງ 66 ປີແຫ່ງວັນເຊັນສັນຍາວ່າດ້ວຍການຢຸດຕິການສູ້ຮົບ, ຢຸດຕິສົງຄາມເກົາຫຼີ ໄລຍະ 1950-1953,
ສ​ປ​ປ.ເກົາຫຼີ ສະ​ເຫຼີມ​ສະຫຼອງ 66 ປີ​ແຫ່ງວັນເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຢຸດ​ຕິ​ການ​​ສູ້ຮົບ - ảnh 1

ພາບ: ບັນດາເຈົ້າໜ້າທີ່ ສປປ.ເກົາຫຼີ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 66 ປີແຫ່ງວັນເຊັນສັນຍາວ່າດ້ວຍການຢຸດຕິການສູ້ຮົບ ຢູ່ພຽງຢ່າງ, ວັນທີ 27/7/2019.

(ພາບ:  Yonhap TTXVN)

   ດ້ວຍເລື່ອງພຽງຢາງ ຮຽກຮ້ອງໃຫ້ອາເມລິກາ ຈົ່ງຍົກອອກບັນນດາການຮັບປະກັນຄວາມສະຫງົບປອດໄພ. ສັນຍາວ່າດ້ວຍການຢຸດຕິການສູ້ຮົບ ໄດ້ຮັບການເຊັນເມື່ອວັນທີ 27 ກໍລະກົດປີ 1953 ລະຫວ່າງກອງບັນຊາການ ສປຊ, ກອງທັບ ສປປ.ເກົາຫຼີ ແລະ ບັນດາກຳລັງປະກອບອາວຸດຈີນ. ສປປ.ເກົາຫຼີ ຖືເອົາວັນທີ 27 ກໍລະກົດແມ່ນວັນບຸນຂອງປະເທດຕົນ. ຢູ່ນະຄອນຫຼວງພຽງຢາງ, ບັນດາປ້າຍຄຳຂັວນຍ້ອງຍໍສັນລະເສີນໄຊຊະນະໄດ້ປະກົດມີຢູ່ບ່ອນສາທາລະນະແຫ່ງຕ່າງໆ. ການເຄື່ອນໄຫວຕ່າງໆໄດ້ດຳເນີນພາຍຫຼັງ 2 ວັນທີ່ ສປປ.ເກົາຫຼີ ໄດ້ຍິງວັດຖຸພັນ 2 ຢ່າງທີ່ ສ ເກົາຫຼີ ຖືວ່າແມ່ນລູກສອນໄຟນຳວິຖີໄລຍະສັ້ນຈາກຝັ່ງທະເລທາງທິດຕາເວັນອອກ ຕົກໃສ່ເຂດທະເລຍີ່ປຸ່ນ. ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ເອີ້ນວ່າ: ນີ້ແມ່ນ “ອາວຸດພາທາງຍຸດທະວິທີແບບໃໝ່” ເພື່ອແນໃສ່ຝາກຄຳກ່າວເຕືອນຕ້ານຄືນແຜນການຂອງ ສ ເກົາຫຼີ ດຳເນີນການສ້ອມຮົບຮ່ວມກັບອາເມລິກາ ໃນເດືອນໜ້າ. ແຕ່ດົນນານມາແລ້ວ, ສປປ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ອາເມລິກາ ແລະ ສ ເກົາຫຼີ ຈົ່ງຢຸດຕິການສ້ອມຮົບຮ່ວມຄັ້ງຕ່າງໆ ຊື່ງພຽງຢາງ ຖືວ່າແມ່ນການສ້ອມຮົບໃຫ້ແກ່ການຮຸກຮານ. ສົງຄາມເກົາຫຼີ ໄດ້ສິ້ນສຸດລົງດ້ວຍສັນຍາວ່າດ້ວຍການຢຸດຕິການສູ້ຮົບ ແທນໃຫ້ສັນຍາວ່າດ້ວຍສັນຕິພາບ. ເພາະສະນັ້ນ, ໃນດ້ານສທິດສະດີ, ສອງພາກເກົາຫຼີຍັງຢູ່ໃນສະພາບການສົງຄາມຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ