ສປປ.ເກົາຫຼີ ຮັບຮອງເອົາກົດໝາຍ ປັບປຸງທີ່ຕັ້ງຂອງລັດນິວເຄຼຍປ້ອງກັນ

ສປປ.ເກົາຫຼີ ຮັບຮອງເອົາກົດໝາຍ ປັບປຸງທີ່ຕັ້ງຂອງລັດນິວເຄຼຍປ້ອງກັນ - ảnh 1
(ພາບ: dantri.com.vn)
(vovworld) - ທີ່​ວາລະ​ປະຊຸມ​ເຊິ່ງ​ແກ່​ຍາວ​ເປັນ​ເວລາ 1 ວັນຂອງ​ກອງ​ປະຊຸມ​ປະຊາຊົນ​ສູງ​ສູດ (ສະພາ​ແຫ່ງ​ຊາດ) ສປປ​ເກົາຫຼີ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ເພື່ອ​ແນ​ໃສ່​ປັບ​ປຸງ​ທີ່​ຕັ້ງຂອງ​ປະ​ເທດ​ນີ້ ດ້ວຍ​ຖານະ​ແມ່ນ​ປະ​ເທດ​ນິວເຄຼຍປ້ອງ​ກັນ ກໍ​ຄື​ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ​ການ​ພັດທະນາຈັກກະວານ ​ແລະ ສ້າງ​ຕັ້ງ​ອົງການສຳ​ຫຼວດອາ​ວະ​ກາດ​ແຫ່ງ​ຊາດ. ນອກ​ນັ້ນ, ສະພາ​ແຫ່ງ​ຊາດ ສປປ​ເກົາຫຼີ ຍັງ​ແຕ່ງ​ຕັ້ງທ່າ​ນອະ​ດີດນາຍົກລັດຖະມົນຕີ Pak Pong Ju ​ເປັນ​ນາຍົກລັດຖະມົນຕີຄືນ​ໃໝ່ ​ແທນ​ໃຫ້​ທ່ານ Choe Yong-rim.
ຂ່າວ/ບົດ​ອື່ນ