ສປປ.ເກົາຫຼີ ເນລະເທດພົນລະເມືອງ ຍີ່ປຸ່ນ

(VOVWORLD) - ວັນທີ 26 ສິງຫາ, ສປປ.ເກົາຫຼີ ຖະແຫຼງວ່າ ໄດ້ເນລະເທດແຂກທ່ອງທ່ຽວ ຍີ່ປຸ່ນ ຄົນໜຶ່ງ ທີ່ຖືກຈັບຕົວໃນການທ່ອງທ່ຽວມາຍັງປະເທດນີ້.

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ: ສປປ.ເກົາຫຼີ ໄດ້ເນລະເທດ Tomoyuki Sugimoto ຍ້ອນສາຍເຫດມະນຸດສະທຳ ພາຍຫລັງການຈັບຕົວດັ່ງກ່າວ ຍ້ອນຖືກສົງໄສຜູ້ນີ້ໄດ້ລະເມີດກົດໝາຍ ສປປ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, KCNA ກໍ່ບໍ່ແຈ້ງລະອຽດວ່າ Tomoyuki Sugimoto ຖືກສົງໃສມີການກະທຳໃດ. ປັດຈຸບັນ ລັດຖະບານ ຍີ່ປຸ່ນ ພວມເກັບກຳບັນດາຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ