(ພາບປະກອບ)
(vovworld)- ສາທະລະນະລັດ ປະຊາທິປະໄຕ ປະຊາຊົນ (ສປປ) ເກົາຫຼີ ກ່າວເຕືອນປະເທດນີ້ ອາດຈະປະຕິບັດ ບັນດາເຫດທົດລອງນີວເຄຼຍ ຕໍ່ໄປ, ພ້ອມທັງປະກາດກຽມພ້ອມດຳເນີນການບຸກໂຈມຕີທຳລາຍ ແນໃສ່ອາເມລິກາ ຖ້າຫາກ Washington ຜັນຂະຫຍາຍບັນດາກຳລັງນີວເຄຼຍ ເພື່ອຕ້ານ ພຽງຢາງ, ນີ້ແມ່ນການປະກາດ ໃນວັນທີ 17/10, ຂອງ ທ່ານ Lee Yong Pil ຜູ້ອຳນວຍການສະຖາບັນຄົ້ນຄ້ວາອາເລິກາ ຂື້ນກັບກະຊວງການຕ່າງປະເທດ ສປປ ເກົາຫຼີ. ທ່ານ Lee Yong Pil ຢືນຢັນວ່າ: ຖ້າຫາກ ສປປ ເກົາຫຼີ ຄົ້ນພົບ ອາເມລິກາ ກະກຽມບຸກໂຈມຕີ ສປປ ເກົາຫຼີ, ສປປ ເກົາຫຼີ ຈະດຳເນີນການບຸກໂຈມຕີອາເມລິກາກ່ອນ. ທ່ານ Lee Yong Pil ໃຫ້ຮູ້ຕື່ມອີກວ່າ: ສປປ ເກົາຫຼີ ອາດຈະດຳເນີນ ບັນດາເຫດທົດລອງນີວເຄຼຍ ຄັ້ງທີ 6, ທີ 7 ຫຼື ທີ 8. ສປປ ເກົາຫຼີ ໄດ້ປະຕິບັດບັນດາເຫດທົດລອງນີວເຄຼຍ ຄັ້ງທີ 4 ແລະ ທີ 5 ໃນປີ 2016.