ສປປ.ເກົາຫຼີຖະແຫຼງໂຕ້ຕອບທຸກການບຸກໂຈມຕີ

ສປປ.ເກົາຫຼີຖະແຫຼງໂຕ້ຕອບທຸກການບຸກໂຈມຕີ - ảnh 1
ພິ​ທີ ເດີນສວນສະໜາມສະແດງກຳລັງຂະ​ໜາດ​ໃຫຍ່
(ພາບ: RT)

(vovworld) - ​ວັນ​ທີ 15/04, ທ່ານ​ຮອງ​ປະ​ທານ​ພັກ​ແຮງ​ງານ​ສປ​ປ.ເກົາ​ຫຼີ Choe Ryong Hae ຖະ​ແຫຼງວ່າ, ປະ​ເທດນີ້​ພ້ອມ​ແລ້ວ​ທີ່​ຈະ​ໂຕ້​ຕອບ​ທຸກ​ການ​ບຸກ​ໂຈມ​ຕີ​ດ້ານ​ນິວ​ເຄຼຍ​ຂອງ​ອາ​ເມ​ລິ​ກາ. ທ່ານ Choe Ryong Hae ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼງ​ດັ່ງ​ກ່າວ​ໃນ​ບົດ​ກ່າວ​ປາ​ໄສ​ຢູ່​ສະ​ໜາມ​ຫຼວງ Kim Il Sung ຢູ່​ນະ​ຄອນ​ຫຼວງ​ພຽງ​ຢາງ, ເຊິ່ງ​ແມ່ນ​ແຫ່ງ​ດຳ​ເນີນ​ພິ​ທີ ເດີນສວນສະໜາມສະແດງກຳລັງຂະ​ໜາດ​ໃຫຍ່ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງ 105 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຜູ້ກໍ່​ຕັ້ງ​ລັດ, ທ່ານ​ອະ​ດີດ​ປະ​ທານ Kim Il Sung. ຄຳ​ຖ​ະ​ແຫຼງ​ດັ່ງ​ກ່າວ​ຖືກ​ຍົກ​ອອ​ມາ​ໃນ​ສະ​ພາບ ອາ​ເມ​ລິ​ກາ ພວມ​ເພີ່ມ​ຄວາມ​ກົດ​ດັ່ນ​ຕ່​ໍ​ສ​ປ​ປ.ເກົາ​ຫຼີ ເພື່ອ​ແນ​ໃສ່​ຍົກ​ເລີກ​ໂຄງ​ການ​ພັດ​ທະ​ນາອ​າ​ວຸດ​ນິວ​ເຄຼຍ​ຂອງ​ພຽງ​ຢາງ. ອາ​ເມ​ລິ​ກາ ໄດ້​ຈັດ​ສົ່ງ​ກ່ຳ​ປັ່ນ​ສະ​ໜາມ​ບິນ​ ແລະ ກ່ຳ​ປ​ັ່ນ​ຂັບ​ໄລ່ສາ​ມາດ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ Tamahawk ຫຼາຍ​ລຳ​ເຖິງ​ແຫຼມເກົາ​ຫຼີ.

        ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ບໍ​ລິ​ສັດ​ການ​ບິນ Air China ຂອງ​ຈີນ ແຈ້ງວ່າ, ຈະ​ຢຸດ​ຕິ​ບັນ​ດາ​ສາຍ​ການ​ບິນ​ໂດຍ​ຊົ່ວ​ຄາວ​ລະ​ຫວ່າງ​ປັກ​ກີງ - ພ​ຽງ​ຢາງ ນັບ​ແຕ່​ວັນ​ທີ 17/04 ຈະ​ມາ​ເຖ​ິງ. ​ວັນ​ທີ 14/04, ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຍີ່​ປຸ່ນ ໄດ້​ຈັດ​ກອງ​ປະ​ຊຸມ​ສ້າງ​ແຜນ​ການຍົກ​ຍ້າຍ​ພົນ​ລະ​ເມືອງ​ປະ​ເທດນີ້​ເກືອບ 60.000 ຄົນ​ອອກ​ຈາກ​ສ.ເກົາ​ຫຼີ ໃນ​ກໍ່​ລະ​ນີ​ເກີດ​ວິ​ກິດ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ