ສປປ.ເກົາຫຼີປະຕິເສດຂໍ້ສະເໜີສ້າງຕັ້ງຄະນະນັກກິລາຮ່ວມກັບສ.ເກົາຫຼີເພື່ອເຂົ້າຮ່ວມ Olympic ລະດູໜາວ 2018

(VOVWORLD) -ວັນທີ 26 ມິຖຸນາ, ສປປ.ເກົາຫຼີ ຖະແຫຼງວ່າ ໄດ້ຊ້າເກີນໄປແລ້ວເພື່ອຈະຊັ່ງຊາກ່ຽວກັບຂໍ້ສະເໜີຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ກ່ຽວກັບເລື່ອງສປປ.ເກົາຫຼີ ແລະ ສ.ເກົາຫຼີ ສ້າງຕັ້ງຄະນະນັກກິລາຮ່ວມ ເພື່ອເຂົ້າຮ່ວມ Olympic ລະດູໜາວ, ເຊິ່ງໄດ້ຈັດຕັ້ງຢູ່ສ.ເກົາຫຼີ ໃນປີ 2018
ສປປ.ເກົາຫຼີປະຕິເສດຂໍ້ສະເໜີສ້າງຕັ້ງຄະນະນັກກິລາຮ່ວມກັບສ.ເກົາຫຼີເພື່ອເຂົ້າຮ່ວມ Olympic ລະດູໜາວ 2018 - ảnh 1(ພາບປະກອບ:  pinterest.com)

ພ້ອມທັງຖືວ່າ, ຄວາມເຄັ່ງຕຶງດ້ານການເມືອງຕ້ອງໄດ້ຮັບບຸລິມະສິດແກ້ໄຂກ່ອນ. ທ່ານ Chang Ung, ເຈົ້າໜ້າທີ່ສັງກັດຄະນະກຳມະການ Olympic ສປປ.ເກົາຫຼີ, ທັງເປັນຫົວໜ້າຄະນະນັກກິລາສປປ.ເກົາຫຼີ ເຂົ້າຮ່ວມງານແຂ່ງຂັນກິລາຊິງຊະນະເລີດ Taekwondo ໂລກ ຢູ່ສ.ເກົາຫຼີ, ໄດ້ປະຕິເສດແນວຄວາມຄິດກ່ຽວກັບການສ້າງຕັ້ງຄະນະນັກກິລາຮ່ວມຂອງ 2 ປະເທດ, ຖືວ່າ ນີ້ແມ່ນຂໍ້ສະເໜີບໍ່ສາມາດກາຍເປັນຈົວຈິງໄດ້ໃນສະພາບທາງດ້ານການເມືອງຄືໃນປະຈຸບັນ. ທ່ານກໍ່ປະຕິເສດຄວາມອາດສາມາດນຳໃຊ້ພື້ນຖານໂຄງລ່າງຂອງສປປ.ເກົາຫຼີ ເພື່ອເປັນປະທານຮ່ວມຈັດ Olympic ລະດູໜາວ ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 09 – 25 ກຸມພາ 2018, ກໍຄືທັດສະນະຖືວ່າ, ມີຄະນະນັກກິລາຮ່ວມຂອງສປປ.ເກົາຫຼີ ແລະ ສ.ເກົາຫຼີ ຈະປັບປຸງການພົວພັນ 2 ຝ່າຍ. ທ່ານເນັ້ນໜັກວ່າ, Olympic ບໍ່ຄວນນຳໃຊ້ເພື່ອຈຸດປະສົງການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ