ສປປ.ເກົາຫຼີປະຕິເສດເລື່ອງຢື່ນຢູ່ເບື້ອງຫຼັງການບຸກໂຈມຕີເອກອັກຄະລັດຖະທູດອາເມລິກາປະຈຳສ.ເກົາຫຼີ

ສປປ.ເກົາຫຼີປະຕິເສດເລື່ອງຢື່ນຢູ່ເບື້ອງຫຼັງການບຸກໂຈມຕີເອກອັກຄະລັດຖະທູດອາເມລິກາປະຈຳສ.ເກົາຫຼີ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ຖືກ ບຸກ​ໂຈມ​ຕີ
(ພາບ: AFP/TTXVN)

(vovworld) – ​ ​ວັນ​ທີ 8/3, ສ​ປ​ປ ເກົາຫຼີ ໄດ້​ປະ​ຕິ​ເສດ​ບັນ​ດາຄຳ​ກ່າ​ວ​ຫາ​ທີ່​ເວົ້າ​ວ່າ: ປະ​ເທດນີ້​ຢື່ນ​ຢູ່​ເບື້ອງ​ຫຼັ​ງ​ການ​ບຸກ​ໂຈມ​ຕີ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Mark Lippert ປະ​ຈຳ ສ. ເກົາຫຼີ ດ້ວຍ​ມິດ ພ້ອມ​ທັງ​ເອີ້​ນ​ບັນ​ດາ​ຄຳ​ກ່າວ​ຫານີ້​ແມ່ນບັ້​ນ​ໃສ່​ຮ້າຍ​ປາຍ​ສີ “ດ້ວຍ​ເຈດ​ຕະ​ນາ​ບໍ່​ດີ”ຂອງ ເຊີ​ອູນ. ວັນ​ທີ 5/3, ຕົວ​ການ Kim Ji Jong ໄດ້​ບຸກ​ໂຈມ​ຕີ​​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Mark Lippert ດ້ວຍ​ມິດ ໂດຍ​ບັງ​ເອີນເຮັດ​ໃຫ້​ທ່ານ​ຜູ້ນີ້​ຕ້ອງຫຍິບ​ບາດ ຢູ່ໃນ​ໜ້າ. ຫຼັງ​ຈາກນັ້ນ, Kim Ji Jong ຖືກ​ຈັບ​ຕົວ ແລະ ຖື​​ກ​ຕັ​ດ​ສິນ​ລົງ​ໂທ​ດ ແມ່ນ​ເຂັ່ນ​ຂ້າ​ມະ​ນຸດ​ແຕ່ບໍ່​ບັນ​ລຸ​ຜົນ. ສຳ​ນັກ​ຂ່າວ​ສານ Yonhap ຂອງ ສ. ເກົາຫຼີ ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອ​ງ​ຕົວ​ການ​ດັ່ງ​ກ່າວ​ໂດຍ​ໃຫ້​ຮູ້​ວ່າ: ລາວ ກ​ະ​ທຳ​ຄື​ແນວນັ້ນ​ແມ່ນ​ເພື່ອ​ຄັດ​ຄ້ານ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ປະ​ຈຸ​ບັນ​ລະ​ຫວ່າງ ອາ​ເມ​ລິກ​າ ແລະ ສ. ເກົາຫຼີ. ເມື່ອ​ເດືອນ 7/2010, Kim Ji Jong ເຄີຍ​ຖືກ​ຕັດ​ສິນ​ລົງ​ໂທດ​ຝາກ​ໂທດ​ 2 ປີຍ້ອນ​​ແກວງວັດ​ຖຸ​ແຂງ​ໃສ່​​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ສ. ເກົາຫຼີ.


ຂ່າວ/ບົດ​ອື່ນ