ສປປ.ເກົາຫຼີສົ່ງເສີມການຮ່ວມມືຫັນເສັ້ນທາງລົດໄຟກັບສ.ເກົາຫຼີເປັນທັນສະໄໝ

(VOVWORLD) -ວັນທີ 11 ສິງຫາ, ເຈົ້າໜ້າທີ່ກະຊວງທ້ອນໂຮມປະເທດຊາດສ.ເກົາຫຼີ ໃຫ້ຮູ້ວ່າ, ບັນດານັກວາງແຜນນະໂຍບາຍລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ພວມປຶກສາຫາລືກ່ຽວກັບການຮ່ວມມື ເພື່ອແນໃສ່ຫັນເປັນທັນສະໄໝ ແລະ ກ້າວໄປເຖິງການເຊື່ອມຕໍ່ເສັ້ນທາງລົດໄຟຂ້າມຊາຍແດນຄືນໃໝ່.
ສປປ.ເກົາຫຼີສົ່ງເສີມການຮ່ວມມືຫັນເສັ້ນທາງລົດໄຟກັບສ.ເກົາຫຼີເປັນທັນສະໄໝ - ảnh 1 (ພາບປະກອບ: TTXVN)

ຕາມເຈົ້າໜ້າທີ່ດັ່ງກ່າວແລ້ວ, 2 ຝ່າຍໄດ້ປຶກສາຫາລືແຜນການ ແລະ ບັນດາລາຍລະອຽດກ່ຽວຂ້ອງເຖິງການເຄື່ອນໄຫວສຳຫຼວດພື້ນທີ່ຕົວຈິງເພີ່ມເຕີ່ມ, ຄາດວ່າຈະເລີ່ມແຕ່ທ້າຍເດືອນສິງຫານີ້. ທີ່ການພົບປະຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນທ້າຍເດືອນ ເມສາ ຜ່ານມາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳ Kim Jong un ໄດ້ພ້ອມກັນເຫັນດີຮ່ວມມືຫັນເປັນທັນສະໄໝ ແລະ ເຊື່ອມຕໍ່ບັນດາເສັ້ນທາງລົດໄຟ, ທາງບົກຂ້າມຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ