ສປປ.ເກົາຫຼີໂຈະການດຳເນີນເຫດການວັດທະນະທຳຮ່ວມກັບສ.ເກົາຫຼີໂດຍກະທັນຫັນ

(VOVWORLD) -ວັນທີ 29 ມັງກອນ, ສປປ.ເກົາຫຼີ ຍົກເລີກເຫດການວັດທະນະທຳຮ່ວມລະຫວ່າງ 2 ພາກເກົາຫຼີ ໂດຍກະທັນຫັນ, ເຊິ່ງຄາດວ່າຈະຖືກຈັດຂຶ້ນຢູ່ເຂດຕາກອາກາດພູ Kumgang ໃນວັນທີ 04 ກຸມພາ ທີ່ຈະມາເຖິງ.

ສປປ.ເກົາຫຼີໂຈະການດຳເນີນເຫດການວັດທະນະທຳຮ່ວມກັບສ.ເກົາຫຼີໂດຍກະທັນຫັນ - ảnh 1ສປປ.ເກົາຫຼີໂຈະການດຳເນີນເຫດການວັດທະນະທຳຮ່ວມກັບສ.ເກົາຫຼີໂດຍກະທັນຫັນ

(ພາບ: REUTERS)

ໃນຈົດໝາຍຝາກເຖິງເຊີອູນ, ພຽງຢາງ ຖືວ່າ, ບັນດາພາຫະນະສື່ມວນຊົນຂອງສ.ເກົາຫຼີ ສືບຕໍ່ໃຫ້ຂ່າວທີ່ແຕະຕ້ອງເຖິງບັນດາມາດຕະການຢ່າງຈິງໃຈຂອງພຽງຢາງ ທີ່ກ່ຽວຂ້ອງເຖິງງານແຂ່ງຂັນກິລາ Olympic ລະດູໜາວ Pyeong Chang 2018. ລັດຖະບານສ.ເກົາຫຼີ ສະແດງຄວາມເສຍດາຍຖ້າຫາກເຫດການທີ່ 2 ພາກເກົາຫຼີ ໄດ້ຕົກລົງເປັນເອກະພາບກັນແລ້ວນີ້ ບໍ່ສາມາດຈັດຕັ້ງໄດ້ດ້ວຍແຈ້ງການພຽງຝ່າຍດຽວຂອງສປປ.ເກົາຫຼີ. ກະຊວງທ້ອນໂຮມປະເທດຊາດສ.ເກົາຫຼີ ເນັ້ນນັກວ່າ, ໃນສະພາບບາດກ້າວທຳອິດໃນການປັບປຸງການພົວພັນລະຫວ່າງ 2 ພາກເກົາຫຼີ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນັ້ນ, ແນ່ນອນວ່າ ຕ້ອງດຳເນີນເຫດການທີ່ໄດ້ເປັນເອກະພາບກັນແລ້ວ ບົນພື້ນຖານ “ມີຄວາມເຂົ້າໃຈຢ່າງຈິງໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ