ສຸມທຸກແຫຼ່ງກຳລັງເພື່ອຊອກຫາ, ກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກພາຍຸ Yagi

(VOVWORLD) - ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກຳລັງກອງທັບ, ຕຳຫຼວດຜັນຂະຫຍາຍກຳລັງ, ຍານພາຫະນະໄປເຖິງເຂດປະສົບເຄາະຮ້າຍໃຫ້ໄດ້ ເພື່ອຂົນສົ່ງທັນຍາຫານ, ສະບຽງອາຫານ
ສຸມທຸກແຫຼ່ງກຳລັງເພື່ອຊອກຫາ, ກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກພາຍຸ Yagi - ảnh 1(ການຊອກຫາຜູ້ຖືກຫາຍສາບສູນຢູ່ ບ້ານ ລ່າງນູ (ລາວກາຍ)

        ຕາມແຫຼ່ງຂ່າວຈາກກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໄລ່ຮອດເວລາ 5 ໂມງວັນທີ 11 ກັນຍາ, ພາຍຸ Yagi ແລະ ສະພາບຝົນຕົກ, ນ້ຳຖ້ວມພາຍຫຼັງພາຍຸໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນຫຼາຍກວ່າ 200 ຄົນ, ໃນນັ້ນ, ຫຼາຍທີ່ສຸດແມ່ນຢູ່ແຂວງ ກາວບັ່ງ, ລາວກາຍ ແລະ ອຽນບາຍ. ພິເສດ, ນ້ຳໄຫຼຊຸໃນວັນທີ 10 ກັນຍາ ໄດ້ເຮັດໃຫ້ບ້ານ ລ່າງນູ (ລາວກາຍ) ທີ່ມີ 35 ຄອບຄົວ, ດ້ວຍກວ່າ 100 ຄົນຖືກຈົມໃນນ້ຳ.

        ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ ແລະ ການຜົນກະທົບຂອງພາຍຸ, ວັນທີ 10 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຊັນໂທລະເລກສົ່ງເຖິງການນຳບັນດາແຂວງ, ນະຄອນຖືກຜົນສະທ້ອນຈາກພາຍຸ Yagi, ຮຽກຮ້ອງຕ້ອງວາງເປົ້າໝາຍຮັບປະກັນຄວາມປອດໄພ, ສຸຂະພາບ; ຈັດການກູ້ໄພກູ້ຊີບ, ຊີວິດອິນຊີໃຫ້ແກ່ປະຊາຊົນເໜືອກວ່າສິ່ງໃດໝົດ. ກ່ອນອືນໝົດ, ສືບຕໍ່ຊອກຫາ, ກູ້ໄພກູ້ຊີບ; ຈັດການໜູນຊ່ວຍທັນຍາຫານ, ສະບຽງອາຫານ, ເຄື່ອງໃຊ້ຈຳເປັນ; ຈັດແຈ້ງທີ່ຢູ່ຊົ່ວຄາວ; ຮີບເຮັ່ງຟື້ນຟູການຜະລິດ ດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກຳລັງກອງທັບ, ຕຳຫຼວດຜັນຂະຫຍາຍກຳລັງ, ຍານພາຫະນະໄປເຖິງເຂດປະສົບເຄາະຮ້າຍໃຫ້ໄດ້ ເພື່ອຂົນສົ່ງທັນຍາຫານ, ສະບຽງອາຫານ, ເຄື່ອງໜູນຊ່ວຍ… ໃຫ້ແກ່ປະຊາຊົນເຂດຍັງຖືກຕັກແຍກ.

        ໃນຂະນະນັ້ນ, ປະຊາຊົນບັນດາແຂວງ, ນະຄອນໃນທົ່ວປະເທດກໍ່ຍູ້ແຮງບັນດາການເຄື່ອນໄຫວກຸສົນ. ປະຊາຊົນນະຄອນ ໂຮ່ຈີມິນ ຫຼາຍຄົນບໍ່ນອນເພື່ອຫຸ້ມຫໍ່, ເກັບມ້ຽນເຄື່ອງໃຊ້, ທັນຍາຫານ, ຄື: ເຮືອຈັກນ້ອຍ, ໄຟສາຍ, ເສື້ອຊູຊີບ, ອາຫານແຫ້ງ, ນ້ຳດື່ມ… ຮີບເຮັ່ງສົ່ງໄປບັນດາແຂວງທາງພາກເໜືອ, ໜູນຊ່ວຍພໍ່ແມ່ປະຊາຊົນເຂດຖືກນ້ຳຖ້ວມ.

        ແລະກໍ່ໃນຕອນບ່າຍດຽວກັນ, ຄະນະການນຳ ແລະ ກຳມະບານ VOV ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍກວາງ ເປັນຫົວໜ້າ, ໄດ້ໄປຢື້ຢາມຖາມຂ່າວ ແລະ ແບ່ງປັນຄວາມເສົ້າສະຫຼົດໃຈກັບຄອບຄົວຂອງນັກຮົບ 2 ຄົນທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ໃນເວລາເກີດພາຍຸ Yagi ແລະ ມອບຈຳນວນເງິນ 10 ລ້ານດົ່ງຂອງ VOV ໃຫ້ແກ່ຍາດຕິພີ່ນ້ອງຂອງ 2 ຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ