ສື່ມວ​ນ​ຊົນ ມາ​ເລ​ເຊຍ ຕີ​ລາ​ຄາ​ສູງ ນະ​ໂຍ​ບາຍ​ຍົກ​ເວັ້ນ ວີ​ຊາ​ ​ທ່ອງ​ທ່ຽວ ​ຂອງ ຫວຽດ​ນາມ

(VOVWORLD) - ເພື່ອດຶງດູດໄດ້ແຂກທ່ອງທ່ຽວເປັນຈຳນວນຫຼາຍລື່ນກາຍຄາດຫວັງ ໃນປີ 2023, ຫວຽດນາມ ໄດ້ຫັນການປະຕິບັດລະບຽບການເຂົ້າເມືອງແບບທາງໄກເປັນງ່າຍດາຍ, ພ້ອມທັງແກ່ຍາວເວລາພັກອາໄສຢູ່ ຫວຽດນາມຂຶ້ນເຖິງ 90 ວັນ ເມື່ອທຽບກັບເວລາກຳນົດ 30 ວັນໃນເມືອກ່ອນ.
ສື່ມວ​ນ​ຊົນ ມາ​ເລ​ເຊຍ ຕີ​ລາ​ຄາ​ສູງ ນະ​ໂຍ​ບາຍ​ຍົກ​ເວັ້ນ ວີ​ຊາ​ ​ທ່ອງ​ທ່ຽວ ​ຂອງ ຫວຽດ​ນາມ - ảnh 1ໜັງສືພິມ New Straits Times  (ພາບ: TTXVN)

ໜັງສືພິມ News Straits Times ຂອງມາເລເຊຍ ສະບັບອອກໃນວັນທີ 22 ມັງກອນ ມີບົດຂຽນຕີລາຄາສູງນະໂຍບາຍຍົກເວັ້ນວີຊາ ທ່ອງທ່ຽວ ຂອງ ຫວຽດນາມ. ດ້ວຍຫົວຂໍ້ “ຜົນປະໂຫຍດຂອງການຍົກເວັ້ນວີຊາ ທ່ອງທ່ຽວ”, ບົດຂຽນ ໄດ້ຖືວ່າດ້ວຍວິທີການຍົກເວັ້ນວິຊາການທ່ອງທ່ຽວ ແລະ ເປີດກວ້າງເປົ້າໝາຍທີ່ໄດ້ຮັບການຊົມໃຊ້ຈາກນະໂຍບາຍນີ້, ຫວຽດນາມ ຈະດຶງດູດໄດ້ ແຂກທ່ອງທ່ຽວເປັນຈຳນວນຫຼາຍກ່ວາຄວາມຄາດຫວັງ. ບົດຂຽນໄດ້ຊີ້ໃຫ້ເຫັນບັນດາຈຸດດູດດື່ມທີ່ຈະຊ່ວຍໃຫ້ຫວຽດນາມ ດຶງດູດແຂກທ່ອງທ່ຽວ 12,6 ລ້ານເທື່ອຄົນໃນທົ່ວໂລກ ໃນປີ 2023, ຄື: ເຝີ, ຕະຫຼາດນ້ຳຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ເຂດພູຊາປາ (ລາວກາຍ) ແລະ ກຸງເກົ່າ ເຫ້ວ. ບົດຂຽນໄດ້ເນັ້ນໜັກວ່າ ເພື່ອດຶງດູດໄດ້ແຂກທ່ອງທ່ຽວເປັນຈຳນວນຫຼາຍລື່ນກາຍຄາດຫວັງ ໃນປີ 2023, ຫວຽດນາມ ໄດ້ຫັນການປະຕິບັດລະບຽບການເຂົ້າເມືອງແບບທາງໄກເປັນງ່າຍດາຍ, ພ້ອມທັງແກ່ຍາວເວລາພັກອາໄສຢູ່ ຫວຽດນາມຂຶ້ນເຖິງ 90 ວັນ ເມື່ອທຽບກັບເວລາກຳນົດ 30 ວັນໃນເມືອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ