ສ​ື່ມວນ​ຊົນ ສປ​ປ.ເກົາຫຼີ​ປະ​ກ​າດ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫມ່​ຂອງ​ການ​ນຳ Kim Jong – un

(VOVWORLD) -ຕາມສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ, ວັນທີ 27 ເມສາ  ສື່ມວນຊົນ ສປປ.ເກົາຫຼີ  ໄດ້ເອົາລົງຂ່າວວ່າ ການນຳປະເທດ ສປປ.ເກົາຫຼີ Kim Jong – un ໄດ້ສະແດງຄວາມຂອບໃຈຕໍ່ບັນດາກຳມະກອນກໍ່ສ້າງ ພວມເຮັດວຽກຢູ່ ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂຶ້ນກັບຝັ່ງທະເລຕາເວັນອອກຂອງນະຄອນ Wonsan. 
ສ​ື່ມວນ​ຊົນ ສປ​ປ.ເກົາຫຼີ​ປະ​ກ​າດ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫມ່​ຂອງ​ການ​ນຳ Kim Jong – un - ảnh 1 ການນຳປະເທດ ສປປ.ເກົາຫຼີ Kim Jong – un (ພາບ: Yonhap/TTXVN) 

ໜັງສືພິມ Rodong  Sinmun   ເຊິ່ງເປັນອົງການກະບອກສຽງຂອງພັກແຮງງານ ສປປ.ເກົາຫຼີ ຊີ້ໃຫ້ເຫັນວ່າ: “ການນຳ Kim Jong – un ໄດ້ສົ່ງຄຳຂອບໃຈໄປຍັງບັນດາຜູ້ອອກແຮງງານທີ່ໄດ້ອຸທິດສ່ວນເຫື່ອແຮງເພື່ອກໍ່ສ້າງສະຖານທີ່ທ່ອງທ່ຽວ Wonsan - Kalma”. ໃນວັນດຽວກັນ, ສະຖານີໂທລະພາບສູນກາງ ສ.ເກົາຫຼີກໍ່ໄດ້ເອົາລົງຂ່າວຄືດັ່ງກ່າວ.

        ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໄດ້ປະກາດວ່າ ການນຳ Kim Jong-un ໄດ້ສົ່ງສານອວຍພອນໄປຍັງທ່ານ Cryril Ramaphosa ປະທານາທິບໍດີ ອາຟຼິກາໃຕ້ພ້ອມກັບປະຊາຊົນ ອາຟຼິກາໃຕ້ເນື່ອງໃນໂອກາດວັນປົດປ່ອຍອາຟຼິກາໃຕ້, ພ້ອມທັງຢັ້ງຢືນນ້ຳໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດພວມສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມ.

ບັນດາການປະກາດດັ່ງກ່າວໄດ້ຍົກອອກມາໃນສະພາບການມີຂ່າວລືກ່ຽວກັບສຸຂະພາບຂອງທ່ານ Kim Jong – un. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ສ.ເກົາຫຼີໄດ້ປະຕິເສດບັນດາຂ່າວຄາວດັ່ງກ່າວ, ພ້ອມທັງຢັ້ງຢືນວ່າ ບໍ່ມີການຜັນແປໃດທີ່ຜິດປົກກະຕິຢູ່ສປປ.ເກົາຫຼີ ແລະ ທ່ານ Kim Jong - un ໄດ້ຖືວ່າພວມມີໜ້າຢູ່ ເຂດ Wonsan.

ຕອບກັບ

ຂ່າວ/ບົດ​ອື່ນ