ສື່ມວນ​ຊົນ​ຕ້ອງ​ປະ​ຕິ​ບັດ​ບົດ​ບາດ​​ພາ​ລະ​ກຳ​ຖະ​ແຫຼງ​​ຂ່າວ, ໂຄ​ສະ​ນາ​ເຜ​ີຍ​ແຜ່​ຂອງ​ຕົນຕໍ່​ປະ​ຊາ​ຊົນ, ຕໍ່​ພັກ ແລະ ລັດ ໃຫ​້​ເປັນ​ຢ່າງ​ດີ

(VOVWORLD) - ປີນີ້, ບັນດາອົງການສື່ມວນຊົນຕ້ອງສຸມໃສ່ການໂຄສະນາເຜີຍແຜ່ກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ ໃຫ້ເປັນຢ່າງດີ; ມີຄວາມຕັດສິນໃຈຢ່າງສູງ ເພື່ອສ້າງພື້ນຖານສື່ມວນຊົນ “ທີ່ເປັນມືອາຊີບ, ວັດທະນະທຳມະນຸດ ແລະ ທັນສະໄໝ”.
ສື່ມວນ​ຊົນ​ຕ້ອງ​ປະ​ຕິ​ບັດ​ບົດ​ບາດ​​ພາ​ລະ​ກຳ​ຖະ​ແຫຼງ​​ຂ່າວ, ໂຄ​ສະ​ນາ​ເຜ​ີຍ​ແຜ່​ຂອງ​ຕົນຕໍ່​ປະ​ຊາ​ຊົນ, ຕໍ່​ພັກ ແລະ ລັດ ໃຫ​້​ເປັນ​ຢ່າງ​ດີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນ 

ຕອນເຊົ້າວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດກອງປະຊຸມແລກປ່ຽນວຽກງານສື່ມວນຊົນຕົ້ນລະດູບານໃໝ່ປີມະໂລງ 2024. ທີ່ກອງປະຊຸມ, ທ່ານ ຕົງວັນແທງ, ຫົວໜ້າກົມສື່ມວນຊົນ - ພິມຈຳໜ່າຍ, ຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໃຫ້ຮູ້ວ່າ: ບັນດາສື່ສິ່ງພິມ, ລາຍການກະຈາຍສຽງ, ໂທລະພາບໃນໂອກາດບຸນປີໃໝ່ປະຈຳຊາດ ມະໂລງ 2024 ໄດ້ລົງທຶນຢ່າງລະອຽດ, ສົມກຽດ, ຮູບການສະແດງມີຄວາມເປັນເອກະລັກສະເພາະ; ເນື້ອໃນເລິກເຊິ່ງ, ອຸດົມສົມບູນ ແລະ ມີຄຸນນະພາບ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຖືວ່າ:

        “ຄວາມຮຽກຮ້ອງຕ້ອງການສຳລັບບັນດາອົງການສື່ມວນຊົນນັບມື້ນັບຫຼາຍຂຶ້ນ, ການແກ້ງແຍ້ງກໍນັບມື້ນັບດຸເດືອດກວ່າ ດ້ວຍສື່ສັງຄົມອອນໄລ. ດັ່ງນັ້ນ, ພວກເຮົາຕ້ອງມີວິທີເຮັດໃໝ່, ແນວຄວາມຄິດໃໝ່ເພື່ອຜະລິດອອກບັນດາຜົນງານທີ່ດີ, ຈັບອົກຈັບໃຈ ແລະ ແກ້ງແຍ້ງກວ່າ”.

        ກໍ່ຢູ່ທີ່ກອງປະຊຸມ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຫງວຽນຈ້ອງເຫງຍ ກໍຊີ້ແຈ້ງວ່າ: ປີນີ້, ບັນດາອົງການສື່ມວນຊົນຕ້ອງສຸມໃສ່ການໂຄສະນາເຜີຍແຜ່ກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ ໃຫ້ເປັນຢ່າງດີ; ມີຄວາມຕັດສິນໃຈຢ່າງສູງ ເພື່ອສ້າງພື້ນຖານສື່ມວນຊົນ “ທີ່ເປັນມືອາຊີບ, ວັດທະນະທຳມະນຸດ ແລະ ທັນສະໄໝ”.

ຕອບກັບ

ຂ່າວ/ບົດ​ອື່ນ