ສື່ມວນຊົນຝຣັ່ງ:ຫວຽດນາມອາດຈະມີການເຄື່ອນໄຫວນິຕິກຳເພື່ອຄັດຄ້ານຈີນ

ສື່ມວນຊົນຝຣັ່ງ:ຫວຽດນາມອາດຈະມີການເຄື່ອນໄຫວນິຕິກຳເພື່ອຄັດຄ້ານຈີນ - ảnh 1
ຮ້ານເຈາະນ້ຳມັນຂອງ ຈີນ ຕັ້ງໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ
(ພາບປະກອບ)

(​vovworld) – “ຫວຽດນາມ ອາດ​ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ນິຕິ​ກຳ ​ເພື່ອ​ຄັດຄ້ານ ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ ຫວຽ​ດນາມ”. ສື່​ມວນ​ຊົນ ຝຣັ່ງ ​​ໃນ​ວັນ​ທີ 23/5 ​ໄດ້​ມີ​ຫົວ​ຂໍ້​ຄື​ດັ່ງກ່າວ​ໃນ​ຂ່າວ ​ແລະ ບົດ​ວິຈານ ກ່ຽວ​ກັບ​ບົດ​ຕອບ​ສຳ​ພາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽ​ດນາມ ຫງວຽນ​ເຕີນ​ຢູ້ງ ຕໍ່ສຳນັກ​ຂ່າວສານ Reuters. ນັກ​ຂ່າວ​ຂອງ​ໜັງ​ສື​ພິມ ​ໂລກ​ ປະຈຳ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ Bruno Philip ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ທີ່​ວ່າ: “ຫວຽດນາມ ພວມ​ຄິດ​ໄລ່​ຊັ່ງຊາ​ບັນດາ​ວິທີ​ການ​ເພື່ອ​ປົກ​ປັກ​ຮັກສາ​ຕົນ, ນັບ​ທັງ​ວິທີ​ຕໍ່​ສູ້​ດ້ານ​ນິຕິ​ກຳ, ຕາມ​ກົດໝາຍ​ສາກົນ”. ກ່ຽວ​ກັບ​ທັດສະນະ​ຂອງ ຫວຽດນາມ, ນັກ​ຂ່າວ Bruno Philip ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​​ໂດຍເນັ້ນ​ໜັກ​ວ່າ “ຫວຽດນາມ ​ເດັດດ່ຽວ​ປົກ​ປັກ​ຮັກສາ​ອິທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດອັບ​ຊອບ​ທຳ​ຂອງ​ຕົນ​ຍ້ອນ​ວ່າ​ອະທິປະ​ໄຕ​ຜືນ​​ແຜ່ນ​ດິນ, ອະທິປະ​ໄຕ​ໝູ່​ເກາະ, ທະ​ເລ​ແມ່ນ​ສັກກະ​ລະ​ບູຊາ”.

    ສຳນັກ​ຂ່າວສານ Reuters ກໍ່​ໄດ້​​ໃຫ້​ສານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ທີ່​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ມີ​ມາ​​ດຕະການ​ແກ້​ໄຂ​ສັນຕິພາບ​ໃຫ້ການ​ຂັດ​​ແຍ້​ງອະທິປະ​ໄຕ​ຜືນ​ແຜ່ນດິນ​ກັບ ຈີນ. ບົດ​ຂຽນ​ກໍ່​ໄຈ້​ແນ​ກ​ເລື່ອງ ຟິລິບ​ປິນ​ແມ່ນ​ປະ​ເທດ​ທຳ​ອິດ​ຮ້ອງ​ຟ້ອງ ຈີນ ຢູ່​ສານ​ກຳມະການສາກົນ, ຮຽກຮ້ອງ​ໃຫ້ ຈີນ ຕ້ອງ​ເຄົາລົບ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທ​ະ​ເລ​ປີ 1982, ​ແຕ່ ຈີນ ປະຕິ​ເສດ​ເຂົ້າ​ຮ່ວມ. ບົດ​ຂຽນ​ຮັບ​ຮູ້​ວ່າ: ​ເຖິງ​ວ່າ​ສານກຳມະການສາກົນ​ບໍ່​​ສາມາດ​ບັງຄັບ​​ໃຫ້​ຝ່າຍ​ຕ່າງໆຕ້ອງ​ເຄົາລົບ ​ແລະ ປະຕິບັດ​ບັນດາ​ຄຳ​ຕັ​ດສິນ​ຂອງ​ສານກໍ່ຕາມ, ​ແຕ່​ຄຳ​ຕັດສິນ​ສຸດ​ທ້າຍທີ່​ບໍ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ ຈີນ ​ໃນ​ການ​ຮ້ອງ​ຟ້ອງ​ຂຶ້ນຈະ​ຊຸກຍູ້​ບັນດາ​ປະ​ເທດ​ອື່ນ​ມີ​ການ​ກະທຳ​ທີ່​ຄ້າຍຄື​ກັນ ​ແລະ ພ້ອມ​ກັນ​ສ້າງ​ຄວາມ​ດັນ​ສຳລັບ​ບັງ​ກິ​ງ.


ຂ່າວ/ບົດ​ອື່ນ