ສື່ມວນຊົນພາຍໃນປະເທດແລະສາກົນສ່ອງແສງກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ສື່ມວນຊົນພາຍໃນປະເທດແລະສາກົນສ່ອງແສງກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
ພາບປະກອບ

(vovworld) – ​ວັນ​ທີ 20/1, ​ໃນ​ໜ້າ​ຫຼັກ​ຂອງ​ໜັງສືພິມ​​ໃຫຍ່​ຕ່າງໆ​ຂອງ ຫວຽດນາມ ​ລ້ວນ​ແຕ່​ມີ​ແຖວ​ໜັງສື “ຂຳ່ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ”. ໜັງສືພິມ ​ເຍີນ​ເຢີ​ນ (ກະບອກສຽງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ) ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: “​ບັນດາໄລຍະ​ທາງ​ອັນທີ່​ສະຫງ່າ​ລາສີ​ຂອງ​ພັກ”. ໜັງ​ສື​ພິມ​ ກວນ​ໂດ້ຍ​ເຍີ​ນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາ​ມ) ມີ​ບົດ​ຂຽນ: “ພັກ​ກອມ​ມູນິດ ຫວຽດນາມ ຜ່ານ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ຕ່າງໆ”. ​ໃນ​ຂະນະ​ນັ້ນ, ໜັງ​ສື​ພິມ ຕິນຕຶກ (​ແປ​ວ່າ​ຂ່າວຄາວ)ຂອງ​ສຳນັກ​ຂ່າວສານ ຫວຽດນາມ ມີ​ບົດ​ຂຽນ​ຢັ້ງຢືນ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແມ່ນ​ກອງ​ປະຊຸມ​ແຫ່ງ​ຈິນຕະນາການ​ຂອງ​ພັກ, ຈິດໃຈ​ຂອງ​ປະຊາຊົນ. ໜັງສືພິມ ​ແທງ​ນຽນ, ​ເຊິ່​ງ​ແມ່ນ​ເວທີ​ປາ​ໄສ​ຂອງ​ສະຫະ​ພັນຊາວ​ໜຸ່ມ ຫວຽດນາມ, ມີ​ພາບ​ຖ່າຍ​ສ່ອງ​ແສງ​ໃຫ້​ເຫັນ​ບັນຍາກາດ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ກ່ອນ​ວັນ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່.

        ກໍ​ເນື່ອງ​ໃນ​ໂອກາດ​ນີ້, ສື່ມວນ​ຊົນ​ຂອງ ຈີນ​ ຄື: ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ ​ເຢີ​ນໝິນ, ສຳນັກ​ຂ່າວສານ ຊິນຮວາ​ ​ໄດ້​ໃຫ້​ຂ່າວ​ຢ່າງ​ຫຼວງ​ຫຼາຍ​ກ່ຽວ​ກັບ​ວຽກ​ງານ​ກະກຽມ ກໍ​ຄື​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ເຢີ​ນໝິນ ​ໄດ້​​ແນະນຳພາບ​ຖ່າຍ 10 ​ແຜ່ນ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ບັນຍາກາດ​ນະຄອນຫຼວງ ຮ່າ​ໂນ້ຍ ດ້ວຍ​ການປະດັບ​ປະດາ​ຖະໜົນ​ຫົນທາງ “ຊົມ​ເຊີຍ​ພັກ, ຊົມ​ເຊີຍ​ລະດູບານ​ໃໝ່”. ສຳນັກ​ຂ່າວສານ ຊິນ​ຮວາ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “​ເປັນ​ຫຍັງ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງທີ 12 ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່”.

 


ຂ່າວ/ບົດ​ອື່ນ