ສື່ມວນຊົນລາວ ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ

(VOVWORLD) - ບັນດາສຳນັກສື່ມວນຊົນໃຫຍ່ຂອງລາວຄື: ໜັງສືພິມປະເທດລາວ, ລາວ ພັດທະນາ ລ້ວນແຕ່ໄດ້ລົງພິມຂ່າວ, ບົດກ່ຽວກັບການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.
ສື່ມວນຊົນລາວ ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ  - ảnh 1ພາບປະກອບ

ຕອນເຊົ້າວັນທີ 5 ທັນວາ, ສື່ມວນຊົນລາວ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ແລະເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

        ບັນດາສຳນັກສື່ມວນຊົນໃຫຍ່ຂອງລາວຄື: ໜັງສືພິມປະເທດລາວ, ລາວ ພັດທະນາ ລ້ວນແຕ່ໄດ້ລົງພິມຂ່າວ, ບົດກ່ຽວກັບການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ບັນດາຂ່າວ ແລະ ບົດລ້ວນແຕ່ຢັ້ງຢືນການຢ້ຽມຢາມ, ເຮັດວຽກຢູ່ລາວຄັ້ງນີ້ໄດ້ປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງ 2 ສະພາແຫ່ງຊາດ ເວົ້າສະເພາະໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ.

        ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດ ລາວ ກໍ່ໄດ້ອອກອາກາດກ່ຽວກັບການເຄື່ອນໄຫວຕ່າງໆຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຄື: ບັນດາການພົບປະເຈລະຈາກັບການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ລາວ…

ຕອບກັບ

ຂ່າວ/ບົດ​ອື່ນ