ສື່ມວນຊົນສປປ.ເກົາຫຼີແນະນຳບັນດາເຫດຍິງດາວທຽມເພື່ອຈຸດປະສົງສັນຕິພາບ

(VOVWORLD) -ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານສປປ.ເກົາຫຼີ ໄດ້ລົງບົດຂຽນດ້ວຍເນື້ອໃນແນະນຳກ່ຽວກັບການຍິງດາວທຽມເພື່ອຈຸດປະສົງສັນຕິພາບ.
ສື່ມວນຊົນສປປ.ເກົາຫຼີແນະນຳບັນດາເຫດຍິງດາວທຽມເພື່ອຈຸດປະສົງສັນຕິພາບ - ảnh 1 (ພາບປະກອບ: YONHAP/TTXVN)

ໃນສະພາບທີ່ຫາງສຽງພວມຕິດຕາມເລື່ອງສປປ.ເກົາຫຼີ ອາດຈະດຳເນີນການຍິງດາວທຽມ ຫຼື ລູກສອນໄຟຂ້າມທະວີບ (ICBM), ວັນທີ 25 ທັນວາ, ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານສປປ.ເກົາຫຼີ ໄດ້ລົງບົດຂຽນດ້ວຍເນື້ອໃນແນະນຳກ່ຽວກັບການຍິງດາວທຽມເພື່ອຈຸດປະສົງສັນຕິພາບ.

          ບົດຂຽນດ້ວຍຫົວຂໍ້ວ່າ “ທ່າອ່ຽງຂຸດຄົ້ນຍານອາວະກາດຂອງໂລກ” ໄດ້ແນະນຳກ່ຽວກັບບັນດາການຍິງດາວທຽມຂອງຈີນ, ອິນເດຍ ແລະ ອີຢິບ ແລະ ຖືວ່າ “ການຂຸດຄົ້ນຍານອາວະກາດຢ່າງມີສັນຕິພາບ ເພື່ອຄວາມຮຸ່ງເຮືອງສີວິໄລລວມ ແມ່ນທ່າອ່ຽງຂອງໂລກ”.

          ບົດຂຽນຖືວ່າ, “ເລື່ອງຂຸດຄົ້ນຍານອາວະກາດໃນໄລຍະຜ່ານມາແມ່ນຂຶ້ນກັບສະເພາະຂອງບາງປະເທດກ້າວໜ້າເທົ່ານັ້ນ. ແຕ່ໃນປະຈຸບັນ, ຍານອາວະກາດພວມແມ່ນເຂດພັດທະນາຂອງຫຼາຍປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ